ກົມໃຫຍ່ເຕັກນິກກອງທັບເປີດຂະບວນການແຂ່ງຂັນກິລາມວນຊົນ
ເວລາອອກຂ່າວ: 2024-01-04 10:37:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1283 | ຄວາມນິຍົມ:
ໃນວັນທີ 3 ມັງກອນ 2024 ນີ້, ກົມໃຫຍ່ເຕັກນິກກອງທັບໄດ້ເປີດຂະບວນການແຂ່ງຂັນກິລາມວນຊົນ ໃນໂອກາດຄໍານັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ກອງປະຊຸມໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ທອງພັນ ສຸທໍາມະວົງ ກຳມະການ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານ ຄະນະປະຈໍາພັກ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີບັນດາຄະນະກົມ-ຄະນະຫ້ອງ ຕະຫຼອດຮອດຄະນະພັກ-ຄະນະບັນຊາ ແລະ ຄະນະນັກກິລາຢູ່ບັນດາກົມກອງເຂດໃຈກາງ ແລະ ອົງການກົມໃຫຍ່ເຂົ້າຮ່ວມ.
ສະຫາຍ ພັນໂທ ວັນນາ ຈັນທະວົງສາ ຄະນະພັກຫ້ອງການເມືອງ ຫົວໜ້າພະແນກຊາວໜຸ່ມ ກົມໃຫຍ່ເຕັກນິກ ໄດ້ຂຶ້ນລາຍງານແຜນການເປີດຂະບວນການແຂ່ງຂັນກິລາມວນຊົນຄັ້ງນີ້ຈະໄດ້ດຳເນີນເປັນເວລາ 02 ວັນ, ແຕ່ວັນທີ 03-04 ມັງກອນ 2024 ລວມທັງພິທີ ເປີດ ແລະ ປິດ, ການແຂ່ງຂັນໃນຄັ້ງ ນີ້ມີຄະນະນັກກິລາແຕ່ລະປະເພດເຂົ້າຮ່ວມແຂ່ງຂັນຄື: ບານສົ່ງຊາຍ 11 ຄະນະ, ບານສົ່ງຍິງ 08 ຄະນະ, ກະຕໍ້ຊາຍ 09 ຄະນະ, ເປຕັງທິມປະສົມ 21 ຄະນະ. ລວມທັງໝົດ 49 ຄະນະ, ມີນັກກິລາເຂົ້າຮ່ວມທັງໝົດ 420 ສະຫາຍ. ໃນການແຂ່ງຂັນແຕ່ລະປະເພດກິລາແມ່ນຈະໄດ້ແຂ່ງຂັນແບບປັດເຄ່ຍ ທີມຊະນະໄດ້ເຂົ້າແຂ່ງຂັນຮອບຕໍ່ໄປ, ທີມເສຍແມ່ນຕົກຮອບເລີຍ, ສໍາລັບປະເພດກິລາທີ່ແຂ່ງຂັນສຳເລັດໃນຮອບ1, ທາງຄະນະກຳມະການຈະເລືອກເອົາ 1 ທິມທີ່ແຂ່ງເສຍ ແຕ່ມີຄະແນນດີກ່ອນໝູ່ເຂົ້າໄປຫຼິ້ນໃນຮອບທີ2 ແລະ ທີ4, ໝາຍຄວາມວ່າບໍ່ໃຫ້ມີທີມຢືນ, ກົດກະຕິກາແຂ່ງຂັນບານສົ່ງຍິງ-ຊາຍ ແຂ່ງຂັນ 2/3 ຄະແນນ 25 ຖ້າມີເຊັກສາມຄະແນນ 15, ກະຕໍ້ແຂ່ງຂັນ2/3 ຄະແນນ 21, ເປຕັງແຂ່ງຂັນ 1 ເກມ ຄະແນນ 11, ຮອບຊິງຊະນະເລີດ ຄະແນນ 13 ສໍາລັບເດີນແຂ່ງຂັນບານສົ່ງ 2 ເດີ່ນ, ກະຕໍ້ 1 ເດີ່ນ, ເປຕັງ 2 ເດີ່ນ, ມີກຳມະການ ແລະ ຜູ້ຊ່ວຍກຳມະ ການຕັດສິນ 15 ສະຫາຍ ສ່ວນກົດກະຕິກາການຫຼິ້ນແຕ່ລະປະເພດກິລາ ກໍາມະການຈະແນະນໍາກ່ອນລົງສະໜາມແຂ່ງຂັນ.
ໂອກາດດັ່ງກ່າວນີ້, ສະຫາຍ ພົນຈັດຕະວາ ທອງພັນ ສຸທໍາມະວົງ ກໍໄດ້ມີຄໍາໂອ້ລົມຕໍ່ຂະບວນການດັ່ງກ່າວ ເຊິ່ງບາງຕອນ ສະຫາຍໄດ້ກ່າວວ່າ: ຂະບວນການແຂ່ງຂັນກິລາມວນຊົນໃນຄັ້ງນີ້ ມັນແມ່ນຂະບວນການໜຶ່ງທີ່ສໍາຄັນ ສຳລັບພະນັກງານ-ນັກຮົບ, ນັກກິລາ ທົ່ວກົມໃຫຍ່ເຕັກນິກກອງທັບພວກເຮົາ ເພື່ອພົບປະຮັດແໜ້ນຄວາມສາມັກຄີມິດຕະພາບ, ພົບປະສ້າງສັນແລກປ່ຽນບົດຮຽນໃນແວດວົງກິລາ, ແນໃສ່ເພື່ອເປັນການພັດທະນາສີມື, ກຳລັງໃຈ, ກຳລັງກາຍໃຫ້ມີສຸຂະພາບແຂງແຮງສົມບູນ, ມີກໍາລັງວັງຊາຕໍ່ສູ້ກັບພະຍາດໂລຄາຕ່າງໆ, ທັງເປັນການປະກອບສ່ວນ ສຶກສາອົບຮົມການເມືອງນໍາພາ-ແນວຄິດໃຫ້ພະນັກງານ-ນັກຮົບ, ຊາວໜຸ່ມ-ໄວໜຸ່ມຮູ້ຈັກຮັກກິລາ, ຮູ້ຮັກສາສຸຂະພາບ, ມີລະບຽບວິໃນທີ່ເຂັ້ມງວດ, ຕ້ານສະກັດກັ້ນປະກົດການຫຍໍ້ທໍ້ໃນຖັນແຖວກອງທັບໃຫ້ຫຼຸດໜ້ອຍ ແລະ ໝົດໄປ, ກາຍເປັນກ້ອນກຳລັງແຮງອັນມະຫາສານແຫ່ງຄວາມສາມັກຄີຂອງກົມກອງ, ພ້ອມກັນສືບຕໍ່ພາລະກິດປະຕິວັດເຮັດສຳເລັດໜ້າທີ່ອັນສໍາຄັນທີ່ພັກ-ລັດມອບໝາຍໃຫ້ຢ່າງສຸດກົກສຸດປາຍ.
ໂດຍ: ນ.ບົວທອນ ສຸທໍາມະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ