
ສານທະຫານຂັ້ນສູງ ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈໍາປີ 2023
ເວລາອອກຂ່າວ: 2024-01-04 11:17:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2349 | ຄວາມນິຍົມ:
ວັນທີ 4 ມັງກອນ 2024 ນີ້, ສານທະຫານຂັ້ນສູງໄດ້ຈັດຕັ້ງສະຫຼຸບການເຄື່ອນໄຫວວຽກງານຮອບດ້ານປະຈໍາປີ 2023 ແລະ ວາງທິດທາງແຜນການປີ 2024, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສິງທອງ ຄໍາປະເສີດ ປະທານສານທະຫານຂັ້ນສູງ, ມີບັນດາສະຫາຍໃນຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນເອກ ສາຍສະໝອນ ກິລືໄຊ ຮອງປະທານສານທະຫານຂັ້ນສູງ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໃນປີ 2023 ຜ່ານມາ, ເຊິິ່ງເຫັນວ່າ ຄະນະພັກ-ຄະນະບັນຊາ ສານທະຫານຂັ້ນສູງ ແມ່ນໄດ້ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຂອງກົມກອງ ດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ການປະຕິບັດໜ້າທີ່ວຽກງານມີຜົນສໍາເລັດຫຼາຍດ້ານ, ໂດຍສະເພາະດ້ານວຽກງານວິຊາສະເພາະ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ສານທະຫານແຕ່ລະຂັ້ນ ໃນການຄົ້ນຄວ້າພິຈາລະນາແກ້ໄຂຄະດີ ປະຕິບັດຖືກຕ້ອງຕາມລັດຖະທຳມະນູນ ແລະ ກົດໝາຍຢ່າງເຂັ້ມງວດ, ຖືກຕ້ອງ, ໂປ່ງໃສ ແລະ ຍຸຕິທຳ, ໄດ້ສ້າງເງື່ອນໄຂໃຫ້ຄູ່ຄວາມໃນຄະດີ ມີສ່ວນຮ່ວມໃນການສະໜອງຂໍ້ມູນຫຼັກຖານໃຫ້ແກ່ສານ, ໄດ້ຈັດຕັ້ງໃຫ້ມີຄະນະສານອາຍາເຄື່ອນທີ່ ເພື່ອລົງໄປຕັດສິນ ແລະ ພິພາກສາ ຢູ່ກົມກອງຮາກຖານທີ່ຄູ່ຄວາມອາໄສຢູ່ ຫຼື ສະຖານທີ່ຄຸມຂັງບ່ອນຈໍາເລີຍຖືກກັກຂັງຢູ່ ເຊິ່ງໄດ້ເຮັດໃຫ້ການແກ້ໄຂຄະດີຂອງສານທະຫານແຕ່ລະຂັ້ນ ມີຄວາມວ່ອງໄວ ແລະ ມີຄຸນນະພາບດີຂຶ້ນ. ໃນປີ 2023 ຜ່ານມາ, ມີຄະດີອາຍາຂັ້ນຕົ້ນທັງໝົດ 55 ເລື່ອງ, ຄ້າງມາແຕ່ປີ 2022 ຈໍານວນ 14 ເລື່ອງ, ເຂົ້າໃໝ່ 41 ເລື່ອງ, ຕັດສິນແລ້ວ 41 ເລື່ອງ, ຍັງຄ້າງ 14 ເລື່ອງ, ພາຍຫຼັງຕັດສິນແລ້ວ ຄູ່ຄວາມບໍ່ພໍໃຈຂໍອຸທອນຈຳນວນ 3 ເລື່ອງ, ຄະດີອາຍາຂັ້ນອຸທອນທັງໝົດມີ 4 ເລື່ອງ, ຄ້າງມາແຕ່ປີ 2022 ຈໍານວນ 1 ເລື່ອງ, ເຂົ້າໃໝ່ 3 ເລື່ອງ, ພິພາກສາແລ້ວ 1 ເລື່ອງ, ຍັງຄ້າງ 3 ເລື່ອງ ໃນນີ້, ຄະດີທີ່ພົ້ນເດັ່ນແມ່ນ ການຄ້າຂາຍຢາເສບຕິດ (ປະເພດຢາບ້າ). ນອກຈາກການແກ້ໄຂຄະດີແລ້ວ ຍັງໄດ້ເຂົ້າຮ່ວມເປັນຄະນະສະເພາະກິດ ເພື່ອແກ້ໄຂຂໍ້ຂັດແຍ່ງຕ່າງໆ, ເຂົ້າຮ່ວມກອງປະຊຸມຄົ້ນຄວ້າຄະດີ, ເຂົ້າຮ່ວມເປັນຄະນະ ຊຸກຍູ້ ແລະ ຕິດຕາມການປະຕິບັດ 2 ວາລະແຫ່ງຊາດ ຂອງກໍາລັງຫຼວງ-ກໍາລັງທ້ອງຖິ່ນ ໃນແຂວງໄຊຍະບູລີ ແລະ ແຂວງຫຼວງພະບາງ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບ ອີກດ້ວຍ.
ໂດຍ: ນາງ ຍ້ອມເພັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ