ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 14 ມັງກອນ 2025

  

ກອງຮ້ອຍທະຫານຊາຍແດນ 115 ແລະ ກອງປະຕິບັດການ 212 ຈັດພິທີປາຖະກະຖາ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ
ເວລາອອກຂ່າວ: 2024-01-04 11:33:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2083 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 30 ທັນວາ 2023 ນີ້, ຢູ່ທີ່ສະໂມສອນ ກອງຮ້ອຍທະຫານຊາຍແດນ 115 ທະຫານແຂວງຜົ້ງສາລີ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ຮອງປະທານຄະນະກໍາມະການ ປກຊ-ປກສ ແຂວງ ຜູ້ປະຈໍາການ, ສະຫາຍ ພັນໂທ ວຽງໄຊ ສີລະພອນ ເລຂາໜ່ວຍພັກ ຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 115 , ສະຫາຍ ຮ້ອຍໂທ ຄໍາພອນ ອິນທະຈອນ ຫົວໜ້າກອງປະຕິບັດງານ 212 , ມີເລຂາຄະນະພັກຮາກຖານກຸ່ມບ້ານນໍ້າຮາງ, ນາຍບ້ານອ້ອມຂ້າງ, ພະນັກງານຄູອາຈານ, ແຂກຖືກເຊີນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມຢ່າງພ້ອມພຽງ. ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ໄດ້ປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊາຊົນລາວ(20 ມັງກອນ 1949-20 ມັງກອນ 2024 ຄົບຮອບ 75 ປີ) ແຕ່ໄລຍະໄດ້ຮັບການສ້າງຕັ້ງຈົນເຖິງປັດຈຸບັນ; ຊາດລາວແມ່ນຊາດໜຶ່ງທີ່ມີປະຫວັດສາດອັນຍາວນານນັບຫຼາຍພັນປີປະຊາຊົນລາວມີນໍ້າໃຈຮັກຊາດອັນດູດດື່ມ, ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມດຸໝັ່ນຂະຫຍັນພຽນ ແລະ ມີມູນເຊື້ອພິລະອາດຫານຕໍ່ສູ້ບໍ່ຍອມຈໍານົນຕໍ່ສັດຕູ, ໃນສັດຕະວັດທີ 19 ຫາ ສັດຕະວັດທີ 20 ພວກລ່າເມືອງຂຶ້ນຝຣັ່ງ ໄດ້ເຂົ້າມາຮຸກຮານ ແລະ ຢຶດຄອງປະເທດລາວ 2 ຄັ້ງ, ຄັ້ງທີໜຶ່ງແຕ່ປີ 1893-1945, ຄັ້ງທີສອງແຕ່ປີ 1946 -1954, ຕະະຫຼອດໄລຍະທີ່ຝຣັ່ງປົກຄອງປະຊາຊົນລາວບັນດາເຜົ່າສຸດທີ່ລໍາບາກ, ບໍ່ມີສິດເສລີພາບ, ຍິ່ງໄປກວ່ານັ້ນຍັງປະເຊີນກັບໄພອຶດຫິວ, ກືກໜັງສື, ພະຍາດລະບາດເກີດຂຶ້ນຢ່າງໜັກໜ່ວງ, ຍ້ອນທົນຕໍ່ການກົດຂີ່ຂູດຮີດຂອງພວກຈັກກະພັດຫຼາຍປີປະຊາຊົນລາວບັນດາເຜົ່າຈຶ່ງໄດ້ລຸກຂຶ້ນຕໍ່ສູ້ຢູ່ຫຼາຍແຫ່ງ ເດັ່ນກວ່າໝູ່ແມ່ນຂະບວນການຕໍ່ສູ້ຂອງພໍ່ກະດວດ, ອົງແກ້ວ-ອົງກົມມະດໍາ, ເຈົ້າຟ້າເມືອງສິງ, ເຈົ້າຟ້າປັດໃຈ ແລະ ອື່ນໆແຕ່ຂະບວນການດັ່ງກ່າວບໍ່ໄດ້ຮັບໄຊຊະນະ, ຍ້ອນບໍ່ມີພັກນໍາພາ, ມາຮອດວັນທີ 03 ກຸມພາ 1930 ພັກກອມມູນິດອິນດູຈີນໄດ້ຮັບການສ້າງຕັ້ງຂຶ້ນ, ນັບແຕ່ນັ້ນມາ ປະຊາຊົນ 03 ຊາດອິນດູຈີນນັບມື້ແຂງແຮງ ແລະ ໄດ້ຮັບໄຊຊະນະຢ່າງຕໍ່ເນື່ອງ, ຈາກສະພາບການດັ່ງກ່າວໃນວັນທີ 20 ມັງກອນ 1949 ກອງທັບປະຊາຊົນລາວໄດ້ຮັບການສ້າງຕັ້ງຂຶ້ນຢູ່ເຂດທີ່ໝັ້ນຖໍ້າແມ ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ, ທ່ານ ໄກສອນ ພົມວິຫານ ໄດ້ສ້າງຕັ້ງກອງລາດຊະວົງ, ໃນມື້ດຽວກັນນັ້ນ ໂດຍການນໍາພາອັນແທດເຖິງຂອງພັກກອມມູນິດອິນດູຈີນປະຈໍາຢູ່ແຄວ້ນລາວ ໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫຼະຢ່າງເປັນທາງການ, ນັບແຕ່ນັ້ນມາ ວັນທີ 20 ມັງກອນ 1949 ຈຶ່ງກາຍເປັນປະຫວັດສາດແຫ່ງການສ້າງຕັ້ງກອງທັບປະຊາຊົນລາວ, ໂດຍພາຍໃຕ້ການນໍາພາໂດຍກົງຮອບດ້ານຂອງພັກ ໄດ້ນໍາພາປະຊາຊົນລາວລຸກຮື້ຂຶ້ນຕໍ່ສູ້ຕ້ານພວກຈັກກະພັດ, ພວກລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ເພີ່ມທະວີຕໍ່ສູ້ ຍິງຕໍ່ສູ້ກໍ່ຍິ່ງເຕີບໃຫຍ່ເຂັ້ມແຂງ ແລະ ໄດ້ຮັບໄຊຊະເປັນກ້າວມາ ແລະ ສາມາດສະຖາປະນາເປັນ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໃນວັນທີ 2 ທັນວາ 1975. ໃນພິທີຍັງໄດ້ຫວນຄືນການກໍາເນີດ ແລະ ຂະຫຍາຍຕົວຂອງກໍາລັງປະກອບອາວຸດແຂວງຜົ້ງສາລີ ແລະ ວັນສ້າງຕັ້ງກອງບັນຊາການທະຫານແຂວງຜົ້ງສາລີ ຄົບຮອບ 68 ປີ, ວັນທີ 20 ມັງກອນ ປີ 1956 , ພາຍຫຼັງແຂວງຜົ້ງສາລີໄດ້ຮັບການປົດປ່ອຍປີ 1953 ໃນໄລຍະນີ້ ກໍາລັງປະກອບອາວຸດຂອງແຂວງຜົ້ງສາລີ ມີພຽງແຕ່ 3 ກອງຮ້ອຍ ແລະ 6 ໝວດທະຫານເມືອງ, ແຕ່ລະກອງຮ້ອຍມີລະຫັດເອີ້ນດັ່ງນີ້: ກອງຮ້ອຍໂຄສະນາປະກອບອາວຸດເຄື່ອນທີ່, ກອງຮ້ອຍກອງໂຈນ ແລະ ກອງຮ້ອຍສັນຕິພາບ ໃນນັ້ນກອງຮ້ອຍສັນຕິພາບແມ່ນກອງຮ້ອຍໜຶ່ງໃນຈໍານວນ 3 ກອງຮ້ອຍເອກະລາດຂອງແຂວງ, ກອງຮ້ອຍສັນຕິພາບ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 10 ທັນວາ ປີ 1954 ຢູ່ດິນແດນປາກເທີມ, ເມືອງສັນຕິພາບ (ເມືອງໃໝ່ປັດຈຸບັນ), ກໍາລັງດັ່ງກ່າວເຮັດໜ້າທີ່ເຄື່ອນໄຫວຕໍ່ສູ້ຕ້ານກັບກໍາລັງຂອງພວກຈັກກະພັດອາເມລິກາ ເພື່ອປົກປັກຮັກສາ ເມືອງສັນຕິພາບ, ມາຮອດປີ 1956 ໂດຍອີງໃສ່ການເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປະກອບອາວຸດແຂວງຜົ້ງສາລີ, ອີງໃສ່ມະຕິຕົກລົງຂອງແນວລາວອິດສະຫຼະ ວ່າດ້ວຍການປັບປຸງກໍ່ສ້າງກໍາລັງປະກອບອາວຸດແຂວງຜົ້ງສາລີໃຫ້ເຂັ້ມແຂງ, ໂດຍການເຕົ້າໂຮມກໍາລັງການທະຫານຫຼວງ, ກໍາລັງທະຫານທ້ອງຖິ່ນ ແລະ ບັນດາກໍາລັງໝວດທະຫານເມືອງ ຍົກລະດັບຂຶ້ນໃສ່ລະຫັດຊື່ວ່າ: “ ກອງບັນຊາການທະຫານແຂວງຜົ້ງສາລີ ” ຫຼັງຈາກນັ້ນຮອດວັນທີ 20 ມັງກອນ 1956 ທ່ານ ສີສະຫວາດ ແກ້ວບຸນພັນ ຕາງໜ້າກອງບັນຊາການທະຫານສູງສຸດກອງທັບລາວອິດສະຫຼະ ໄດ້ປະກາດຂໍ້ຕົກລົງສ້າງຕັ້ງກອງບັນຊາການທະຫານແຂວງຜົ້ງສາລີ ຂຶ້ນຢ່າງເປັນທາງການ ຢູ່ທີ່ປ້ອມລອດ ເມືອງສັນຕິພາບ, ພ້ອມນັ້ນ ທ່ານ ສີສະຫວາດ ແກ້ວບຸນພັນ ໄດ້ປະກາດແຕ່ງຕັ້ງຄະນະກອງບັນຊາການທະຫານ ແຂວງປະກອບມີ 4 ສະຫາຍ ດັ່ງນີ້:ສະຫາຍ ພົມມາ ດວງມະລາ ຄະນະຊີ້ນໍາແຂວງ ຫົວໜ້າກອງບັນຊາການທະຫານ, ສະຫາຍ ປະດິດ ທ່ຽງທໍາ ຮອງກອງບັນຊາການທະຫານແຂວງ, ສະຫາຍ ສົມ ເປັນຄະນະກອງບັນຊາການທະຫານແຂວງ, ສະຫາຍ ແຜ້ວ ໄຊຍະວົງ ເປັນຄະນະກອງບັນຊາການທະຫານແຂວງ; ຈາກນີ້, ໃນພິທີຍັງໄດ້ຮັບຟັງການປາຖະກະຖາເອກະສານລະນຶກວັນວັນເກີດ ທ່ານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (ວັນທີ 08 ກຸມພາ 1924 - 08 ກຸມພາ 2024) ຕື່ມອີກ. ຂ່າວ-ພາບ: ທອງສຸກ ຈັນຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ