ອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ-ແມ່ຍິງ ຈັດກິດຈະກໍາຖາມ-ຕອບຄວາມຮູ້ຮອບຕົວ ທົ່ວ ວປກ
ເວລາອອກຂ່າວ: 2024-01-04 11:40:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2122 | ຄວາມນິຍົມ:
ໃນວັນທີ 3 ມັງກອນ 2024 ນີ້, ອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ-ແມ່ຍິງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດກິດຈະກໍາຖາມ-ຕອບຄວມຮູ້ຮອບຕົວຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ສົມພອນ ສີສຸວັນ ຮອງຫົວໜ້າການເມືອງ ຫົວໜ້າກົມການເມືອງ ວປກ, ມີຄະນະພັກ-ຄະນະບັນຊາ 44 ຫົວຫນ່ວຍ, ນັກຖາມ-ຕອບ ພ້ອມດ້ວຍພະນັກງານ-ນັກຮົບທົ່ວ ວປກ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ສະຫາຍ ພັນໂທ ນາງ ທຸມມະລາ ບິດາສັກ ຫົວໜ້າພະແນກສະຫະພັນແມ່ຍິງ ວປກ ໄດ້ຂຶ້ນຜ່ານແຜນການຈັດຕັ້ງກິດຈະກໍາຖາມ-ຕອບຄວາມຮູ້ຮອບຕົວໃນຄັ້ງນີ້. ໂດຍຈຸດປະສົງກໍ່ເພື່ອຊຸກຍູ້ຂະບວນການຂໍ່ານັບຮັບຕ້ອນບັນດາວັນສໍາຄັນຕ່າງໆຂອງພັກ, ຂອງຊາດ, ຂອງກອງທັບ ໂດຍສະເພາະແມ່ນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ ທີ່ຈະມາເຖິງໃນມໍ່ໆນີ້ ໃຫ້ມີຂະບວນການຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນເລິກເຊິງ, ທັງເປັນການສຶກສາອົບຮົມການເມືອງແນວຄິດ, ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ ແລະ ເສີມຂະຫຍາຍຄວາມຮູ້ຄວາມສາມາດໃຫ້ແກ່ສະມາຊິກອົງການຈັດຕັ້ງມະຫາຊົນທົ່ວວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ອີກດ້ວຍ. ເຊິ່ງເນື້ອໃນຄໍາຖາມແມ່ນກ່ຽວພັນກັບມູນເຊື້ອຂອງພັກ, ຂອງກອງທັບ ແລະ ປະຫວັດສາດຂອງລາວ.
ກິດຈະກຳຖາມ-ຕອບ ໃນຄັ້ງນີ້ ມີຕົວແທນຊາວຫນຸ່ມ-ແມ່ຍິງ ເຂົ້າຮ່ວມທັງຫມັດ ຈຳນວນ: 15 ສະຫາຍ, ຍິງ: 4 ສະຫາຍ, ມີຄຳຖາມທັງໝົດ: 49 ຄຳຖາມ. ຜົນການແຂ່ງຂັນຕົວຈິງມີດັ່ງນີ້: ລາງວັນຊະນະເລີດໄດ້ແກ່ ສະຫາຍ ຮ້ອຍໂທ ນ. ພີມມະສອນ ອາມາດມົນຕີ, ຕົວແທນຈາກກົມອົບຮົມ-ກໍ່ສ້າງ ວປກ ໄດ້ຮັບເງີນລາງວັນ ຈຳນວນ: 400,000 ກີບ, ລາງວັນຮອງຊະນະເລີດ ໄດ້ແກ່ ສະຫາຍ ຮ້ອຍໂທ ໄຊຍະສິດ ຈິດວິລະພົນ ຕົວແທນຈາກຫ້ອງການ ວປກ ໄດ້ຮັບເງິນລາງວັນຈຳນວນ 300,000ກີບ ແລະ ລາງວັນທີ 3 ໄດ້ແກ່ ສະຫາຍ ຮ້ອຍໂທ ນ. ຈິດາພອນ ດີວົງເໜືອ ຕົວແທນຈາກຄູການເມືອງ ວປກ ໄດ້ຮັບເງີນລາງວັນ ຈຳນວນ 200,000ກີບ, ນອກຈາກນັ້ນຍັງມີລາງວັນຊົມເຊີຍຈຳນວນ: 12 ລາງວັນ, ລາງວັນລະ: 50.000 ກີບອີກດ້ວຍ.
ພາບ-ຂ່າວ: ເຂັງພອນ ແກ້ວຄຳລຽງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ