ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ມີນາ 2025

  

ກຳລັງທຸກເຫຼົ່າຮົບສຸມໃສ່ອົບຮົມຫັດແອບຕົວຈິງຢູ່ພາກສະໜາມເພື່ອກະກຽມຊ້ອມຮົບສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ
ເວລາອອກຂ່າວ: 2024-01-04 15:19:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2865 | ຄວາມນິຍົມ:



ກຳລັງທຸກເຫຼົ່າຮົບຂອງກອງທັບປະຊາຊົນລາວພາຍຫຼັງທີ່ເຂົ້າຢຶດສະໜາມ ແລະ ຕັ້ງທັບສໍາເລັດຕາມແຜນການທີ່ກົມອົບຮົມກົມໃຫຍ່ເສນາທິການກອງທັບໄດ້ວາງອອກແລ້ວ. ມາຮອດປັດຈຸບັດນີ້, ບັນດາຄະນະຊີ້ນໍາ, ຄະນະພັກ-ຄະນະບັນຊາ, ຕະຫຼອດຮອດພະນັກງານ-ນັກຮົບແຕ່ລະເຫຼົ່າຮົບ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການຫັດແອບຢູ່ພາກສະໜາມ, ໂດຍນຳໃຊ້ພາຫະນະອາວຸດຍຸດໂທປະກອນ ໃຫ້ມີຄວາມຊໍານິຊຳນານ ເປັນຕົ້ນແມ່ນ ທ່າຈັງຫວະບາດກ້າວຕ່າງໆ, ພ້ອມນີ້ ຍັງໄດ້ເອົາໃຈໃສ່ບົວລະບັດຜັດເຊັດພາຫະນະໃຫ້ມີຄວາມສະອາດສາມາດນຳໃຊ້ໄດ້ຍາວນານຮັບປະກັນໃຫ້ແກ່ການສະແດງຊ້ອມຮົບປະສານເຫຼົ່າ ມີຄວາມເປັນເອກະພາບ ແລະ ຈົບງາມ ສາມາດຮັບປະກັນໄດ້ຄວາມປອດໄພ 100%. ງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ ແມ່ນສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ໃນໄລຍະ 75 ປີທີ່ຜ່ານມາ, ໃນນີ້ ມີເຫຼົ່າຮົບກົມກອງຕ່າງໆເຂົ້າຮ່ວມຄື:ກອງສີລະປະກອນກອງທັບ, ເຫຼົ່າຮົບສືບຂ່າວກອງພັນ 233, ເຫຼົ່າຮົບຕີພິເສດກອງພັນໃຫຍ່ 497, ກອງຍິງປືນ 199, ກອງບັນຊາການທະຫານອາກາດ, ເຫຼົ່າຮົບປືນໃຫຍ່ໜ້າດິນກອງພັນໃຫຍ່ 605 ແລະ ກອງພັນ 613, ເຫຼົ່າຮົບລົດຕັັງ-ຍານເກາະກອງພັນໃຫຍ່ 661, ກອງໃຫຍ່ 11, ເຫຼົ່າຮົບເສນາຮັກ, ເຫຼົ່າຮົບປ້ອງກັນອາກາດ, ເຫຼົ່າຮົບເຄມີກອງພັນ 15 ເຄມີ ແລະ ກອງພັນໃຫຍ່ 279. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ