
ຫົວໜ້າການທະຫານ ໂອ້ລົມ ນັກກິລາ ທີ່ຈະເດີນທາງເຂົ້າຮ່ວມການແຂ່ງຂັນຊິງຂັນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຄັ້ງທີ III
ເວລາອອກຂ່າວ: 2024-01-05 12:28:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2070 | ຄວາມນິຍົມ:
ໃນຕອນບ່າຍຂອງວັນທີ 2 ມັງກອນ 2024 ນີ້, ທີ່ໂຮງຮຽນການທະຫານທ້ອງຖິ່ນ ສະຫາຍ ພົນຈັດຕະວາ ຄຳເຜີຍ ໂສມພັນ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງອຸດົມໄຊ ລົງພົບປະໂອ້ລົມບັນດາຄະນະນຳ, ຄະນະຮັບຜິດຊອບ, ຄູຝຶກ ແລະ ນັກກິລາປະເພດຕ່າງໆທີ່ຈະເດີນທາງເຂົ້າຮ່ວມແຂ່ງຂັນຊິງຂັນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຄັ້ງທີ III ທີ່ນະຄອນຫຼວງວຽງຈັນ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 5-13 ມັງກອນ 2024.
ການພົບປະໂອ້ລົມຕໍ່ນັກກິລາຄັ້ງນີ້ ສະຫາຍ ພົນຈັດຕະວາ ຄໍາເຜີຍ ໂສມພັນ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງວຽກງານກິລາ ທີ່ໄດ້ສ້າງໄມຕີຈິດມິດຕະພາບ, ຄວາມສາມັກຄີ, ມີແພ້, ມີຊະນະ ແລະ ຮູ້ອາໄພເຊິ່ງກັນ ແລະ ກັນ. ກອງບັນຊາການ ທະຫານແຂວງອຸດົມໄຊ ສົ່ງກິລາເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ມີ 2 ປະເພດກິລາ ມີ 5 ລາຍການຄື: ກິລາບານເຕະຊາຍ, ກິລາບານສົ່ງຊາຍ, ເປຕັງ, ແລ່ນມ້າງປະກອບອາວຸດ 400 m, ແລະ ແລ່ນຜ່ານສິ່ງກີດຂວາງ 4 x 50ແມັດ. ໃນໂອກາດນີ້ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາຄະນະນໍາ, ຄະນະຮັບຜິດຊອບ, ຄູຝຶກ ແລະ ນັກກິລາແຕ່ລະສະຫາຍ ຕ້ອງເພີ່ມຄວາມພະຍາຍາມ, ເອົາໃຈໃສ່ປະຕິບັດລະບຽບວິໄນ, ເອົາໃຈໃສ່ເຂົ້າໃນການແຂ່ງຂັນເພື່ອຍາດລາງວັນຊະນະເລີດກັບຄືນສູ່ກອງບັນຊາການທະຫານແຂວງອຸດົມໄຊ.
ຂ່າວ-ພາບ ສົມພູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ