
ວປກ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝ ທີ XI ແລະ ເອກະສານແຈ້ງການຕ່າງໆ
ເວລາອອກຂ່າວ: 2024-01-05 12:31:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3544 | ຄວາມນິຍົມ:
ວັນທີ 4 ມັງກອນ 2024 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ(ວປກ) ໄດ້ເຜີຍແຜ່ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝ ທີ XI ແລະ ເອກະສານແຈ້ງການຕ່າງໆ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ສົມພອນ ສີສຸວັນນະ ຄະນະປະຈຳພັກວິທະຍາຄານ, ຮອງຫົວໜ້າການເມືອງ, ຫົວໜ້າກົມການເມືອງ ວປກ, ມີ ຄະນະພັກ-ຄະນະບັນຊາ, ຄະນະກົມ, ຫ້ອງການ, ຄະນະວິຊາຄູ, ຄະນະຮັບຜິດຊອບນັກສຶກສາ, ບັນດາສະຫາຍຫົວໜ້າພະແນກ, ຮອງພະແນກຈາກກົມ, ຫ້ອງການ, ທົ່ວ ວປກ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ປອ ສົມພອນ ສີສຸວັນນະ ໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝ ທີ XI, ກອງປະຊຸມໄດ້ດຳເນີນໃນລະຫວ່າງວັນທີ 23-26 ຕຸລາ 2023 ທີ່ຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ, ກອງປະຊຸມໄດ້ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ, ຕີລາຄາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ ປະຈຳປີ 2023 ແລະ ທິດທາງ ປີ 2024, ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ, ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະພັກຮາກຖານກຸ່ມບ້ານ ຫຼື ບ້ານໃຫຍ່, ຈຸດສຸມນຳພາຊີ້ນຳ ຂອງຄະນະບໍລິຫານງານສູນກາງພັກ ແຕ່ນີ້ຮອດກອງປະຊຸມຄົບຄະນະບໍລິຫານງານ ຄັ້ງທີ 8 ສະໄໝທີ XI.
ໂອກາດດັ່ງກ່າວ, ສະຫາຍ ພັນໂທ ຈັນດາ ໄຊຈະເລີນ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າກົມການເມືອງ ວປກ, ກໍ່ໄດ້ຂຶ້ນຜ່ານແຈ້ງການຕ່າງໆດັ່ງນີ້: ແຈ້ງການຂອງຫ້ອງວ່າການ ກະຊວງປ້ອງກັນປະເທດ ສະບັບເລກທີ 1608/ຫວກ, ລົງວັນທີ 10 ຕຸລາ 2023 ກ່ຽວກັບການສະໜັບສະໜູນ-ຊຸກຍູ້ອຸປະຖຳຊ່ວຍຊື້ເສື້ອໂປໂລແຂນສັ້ນໂລໂກ້ທີ່ລະນຶກສະເຫຼີມສະຫຼອງວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ໃນລາຄາ: 85.000 ກີບ/ຜືນ. ແຈ້ງການຂອງຫ້ອງວ່າການກະຊວງປ້ອງກັນປະເທດ ສະບັບເລກທີ 1609/ຫວກ, ລົງວັນທີ 10 ຕຸລາ 2023 ວ່າດ້ວຍການຊ່ວຍອຸປະຖຳ-ຊຸກຍູ້ ຊື້ປື້ມຕຳລາ ( ມູນເຊື້ອນິທານພື້ນເມືອງລາວ) ໃນລາຄາ: 150.000 ກີບ/ຫົວ ແລະ ແຈ້ງການຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 002/ອອປສ, ລົງວັນທີ 27 ກໍລະກົດ 2023 ແລະ ຄຳແນະນຳຂອງອົງການໄອຍະການທະຫານພາກກາງ ສະບັບເລກທີ 357/ອອທກ ກ່ຽວກັບການຕິດຕາມກວດກາດຳເນີນຄະດີຕໍ່ການປູກ, ຜະລິດປຸງແຕ່ງ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ໃນຄອບຄອງ, ນຳເຂົ້າ, ສົ່ງອອກ, ເສບພຶດທີ່ໃຫ້ສານເສັບຕິດ ເຊັ່ນ: ໃບກະທ້ອມ, ນ້ຳກະທ້ອມ ຫຼື ສານລະເຫີຍທີ່ມີສານເສບຕິດອື່ນໆເຊັ່ນ: ປຸມເປົ້າອັດແກ໊ສ ສານໄນຕຼັດອ໋ອກໄຊ (Nitrou Oxide), ຢາສູບໄຟຟ້າ, ຊີຊ້າ(ບາລາກູ).
ໂດຍ:ອານຸພົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ