ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ຄະນະສິລະປະດົນຕີໂຮງລະຄອນ ກອງທັບປະຊາຊົນຫວຽດນາມ ເດີນທາງມາເຄື່ອນໄຫວສະແດງມິດຕະພາບ ຢູ່ 3 ແຂວງຂອງ ສປປ ລາວ
ເວລາອອກຂ່າວ: 2024-01-05 12:36:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3353 | ຄວາມນິຍົມ:



ວັນທີ 4 ມັງກອນ 2024 ນີ້, ຢູ່ທີ່ດ່ານສາກົນນໍ້າພາວ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ພ້ອມຄະນະ, ໄດ້ຕ້ອນຮັບຄະນະສິລະປະດົນຕີໂຮງລະຄອນ ກອງທັບປະຊາຊົນຫວຽດນາມ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວສະແດງມິດຕະພາບ ຢູ່ 3 ແຂວງ ຂອງ ສປປ ລາວ ເນື່ອງໃນໂອກາດຂ່ໍານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ເຊິ່ງນໍາໂດຍ ສະຫາຍ ພັນເອກ ນາງ ຫງວຽນທິບິກແຮ້ງ ຜູ້ອໍານວຍການ ກອງສິລະປະດົນຕີໂຮງລະຄອນ ກອງທັບປະຊາຊົນຫວຽດນາມ ພ້ອມຄະນະ. ການເດີນທາງມາຢ້ຽມຢາມ ແລະ ສະແດງມິດຕະພາບຂອງຄະນະສິລະປະດົນຕີໂຮງລະຄອນກອງທັບປະຊາຊົນຫວຽດນາມໃນຄັ້ງນີ້ ກໍເພື່ອເປັນການປະກອບສ່ວນອັນສຳຄັນເຂົ້າໃນການສ້າງບັນຍາກາດຟົດຟື້ນ ແລະ ປຸກລະດົມກໍາລັງໃຈໃຫ້ແກ່ພະນັກງານ-ນັກຮົບ ພາຍໃນກອງທັບ ແລະ ປະຊາຊົນລາວບັນດາເຜົ່າ, ປະກອບສ່ວນເຂົ້າໃນການແຂ່ງຂັນກັນສ້າງຜົນງານຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃຫ້ເປັນຂະບວນການຟົດຟື້ນມ່ວນຊື່ນ. ເຊິ່ງຈະໄດ້ເຄື່ອນໄຫວສະແດງຢູ່ 3 ແຂວງຄື: ແຂວງ ສະຫວັນນະເຂດ, ຈໍາປາສັກ ແລະ ສາລະວັນ. ໃນຕອນແລງຂອງວັນດຽວກັນ, ຄະນະດັ່ງກ່າວ ກໍໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ. ໂອກາດນີ້, ສະຫາຍຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຕໍ່ ສະຫາຍ ພັນເອກ ນາງ ຫງວຽນທິບິກແຮ້ງ ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ສະແດງມິດຕະພາບ ຢູ່ ສປປລ ລາວ ໃນຄັ້ງນີ້, ເຊິ່ງປະກອບສ່ວນອັນສໍາຄັນເຂົ້າໃນການສ້າງບັນຍາກາດອັນເບີກບານມ່ວນຊື່ນ ເນື່ອງໃນໂອກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວ ພວມຫ້າງຫາກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ. ພ້ອມດຽວກັນນັ້ນ, ກໍ່ເປັນການປຸກລະດົມກຳລັງໃຈອັນໃຫຍ່ຫຼວງໃຫ້ແກ່ພະນັກງານ, ນັກຮົບທົ່ວກຳລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ ທັງເປັນການ ແລກປ່ຽນທາງດ້ານວັດທະນະທຳ, ສິລະປະວັນນະຄະດີ ແລະ ທະນຸຖະໜອມ, ເພີ່ມພູນຄູນສ້າງຄວາມສາມັກຄີ, ສາຍພົວພັນມິດຕະພາບແບບພິເສດ, ໝັ້ນຄົງ, ຍາວນານ ລະຫວ່າງ ສອງຊາດ, ສອງກອງທັບ ລາວ-ຫວຽດນາມໃຫ້ນັບມື້ແໜ້ນແໝ້ນຍິ່ງໆຂຶ້ນ. ຈາກນັ້ນ, ສະຫາຍ ພັນເອກ ນາງ ຫງວຽນທິບິກແຮ້ງ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ ສະຫາຍ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນເຕັມໄປດ້ວຍໄມຕີຈິດມິດຕະພາບ, ສາມັກຄີຮັກແພງອັນສະໜິດສະໜົມ, ພ້ອມທັງ, ລາຍງານເຖິງການຫ້າງຫາກະກຽມຂອງການເດີນທາງມາຢ້ຽມຢາມ ແລະ ສະແດງມິດຕະພາບຢູ່ ສປປ ລາວ ຂອງຄະນະໃນຄັ້ງນີ້ ກໍເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍໝາກຜົນການພົວພັນຮ່ວມມືແບບພິເສດຂອງສອງກອງທັບໃຫ້ປະກົດຜົນເປັນຈິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ