ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 14 ມັງກອນ 2025

  

ບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟມະຫາຊົນມອບເງິນອຸປະຖໍາໃຫ້ກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2024-01-05 15:29:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3792 | ຄວາມນິຍົມ:



ວັນທີ 5 ມັງກອນ 2024 ນີ້, ທ່ານ ຈິນດາສັກ ຍົດໝັ້ນຄົງ ຫົວໜ້າອຳນວຍການໃຫຍ່ ບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟມະຫາຊົນ ພ້ອມດ້ວຍຄະນະ, ໄດ້ອຸປະຖຳນໍ້າມັນຫຼໍ່ລື່ນ ຈໍານວນ 2.280 ລິດ, ລວມມູນຄ່າ 350.400.000 ກີບ ແລະ ພ້ອມທັງມອບເງິນສົດ ຈໍານວນ 150.000.000 ກີບ, ເຊິ່ງລວມມູນຄ່າເປັນຈໍານວນເງິນທັງໝົດ: 500.400.000 ກີບ, ໃຫ້ແກ່ກະຊວງປ້ອງກັນປະເທດ ເພື່ອປະກອບສ່ວນ ແລະ ຊຸກຍູ້ເຂົ້າໃນວຽກງານການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີທີ່ໃກ້ຈະມາເຖິງໃນມໍ່ໆນີ້, ໃຫ້ເຕັມໄປດ້ວຍຄວາມໝາຍຄວາມອັນເລິກເຊິ່ງ, ສ້າງໄດ້ບັນຍາກາດເບີກບານມ່ວນຊື່ນໃນທົ່ວປວງຊົນລາວທັງຊາດ ແລະ ພິທີມອບ-ຮັບດັ່ງກ່າວ ເຊິ່ງໜ້າໃຫ້ກະຊວງປ້ອງກັນປະເທດ, ກ່າວຮັບ ໂດຍ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ສະຫາຍ ພົນຈັດຕະວາ ຄໍາມ່ວນ ເລືອງວັນຫຼ້າ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ. ໂດຍ: ຄໍາປະສົງ ລາດຊະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ