ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພະແນກພະລາທິການກອງພັນໃຫຍ່ 584 ສຳເລັດກອງປະຊຸມໃຫຍ່ຄັ້ງທີ III ຂອງຕົນ
ເວລາອອກຂ່າວ: 2018-11-16 10:49:15 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 99 | ຄວາມນິຍົມ:



ວັນທີ 13 ພະຈິກ 2018 ນີ້, ຄະນະພັກຮາກຖານພະແນກພະ ລາທິການ, ກອງພັນໃຫຍ່ 584 ໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ III ຂອງຕົນຂຶ້ນ, ໂດຍການເປັນ ປະທານຂອງ ສະຫາຍ ພັນໂທ ບຸນຊູ ມີຈັນຄຳ ຄະນະພັກ ຮອງ ຫົວໜ້າການເມືອງ ກອງພັນໃຫຍ່ 584, ມີຄະນະພັກຮາກຖານ, ຄະ ນະໜ່ວຍພັກ, ສະມາຊິກພັກສົມ ບູນ-ສຳຮອງພາຍໃນໜ່ວຍພັກ ເຂົ້າຮ່ວມ. ສະຫາຍ ພັນໂທ ຄຳໃບ ເທບ ປັນຍາ ເລຂາຄະນະພັກຮາກຖານ ພະແນກພະລາທິການ ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ ຄະນະພັກ ຮາກຖານໄດ້ເອົາໃຈໃສ່ສຶກສາ ອົບຮົມການເມືອງ, ນຳພາແນວ ຄິດໃຫ້ແກ່ຖັນແຖວພະນັກງານ- ສະມາຊິກພັກເປັນປົກກະຕິ, ໂດຍ ເລັ່ງໃສ່ເນື້ອໃນດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກນຳ ພາ ໂດຍຕິດພັນກັບ 5 ຫຼັກການ 3 ທິດນຳຂອງພັກວາງອອກ ເປັນ ໄມ້ຫຼາວັດແທກຄຸນທາດການ ເມືອງຂອງສະມາຊິກພັກ ໂດຍ ສຸມໃສ່ສ້າງສະມາຊິກພັກແຕ່ລະ ສະຫາຍໃຫ້ມີຄວາມໜັກແໜ້ນ ທາງດ້ານການເມືອງ, ເຂັ້ມແຂງ ທາງດ້ານການຈັດຕັ້ງ, ມີຄວາມ ບໍລິສຸດສັດຊື່, ຕໍ່ການນຳພາຂອງ ພັກ-ລັດ ຕໍ່ປະເທດຊາດ, ມີແບບ ແຜນດຳລົງຊີວິດທີ່ປອດໃສຂາວ ສະອາດ, ປະຕິບັດຫຼັກການ ລວມສູນປະຊາທິປະໄຕ ເຮັດ ວຽກເປັນໝູ່ຄະນະ ແບ່ງວຽກໃຫ້ ບຸກຄົນຮັບຜິດຊອບ, ປະຕິບັດລະ ບອບສ່ອງແສງລາຍງານດຳເນີນ ຊີວິດການເມືອງເປັນປົກກະຕິ, ຕໍ່ ກັບວຽກງານກໍ່ສ້າງພັກນັ້ນສາ ມາດສ້າງສະມາຊິກພັກແຂງຮູ້ ນຳພາຮອບດ້ານໄດ້ 20 ສະຫາຍ, ແຂງ 16 ສະຫາຍ, ຖືກຮັບຮອງ ເປັນໜ່ວຍພັກ ປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ຈາກຄະນະພັກ ກະຊວງປ້ອງກັນປະເທດ 3 ສະ ໄໝຕິດຕໍ່ກັນ, ບົນພື້ນຖານຄະນະ ພັກຮາກຖານໄດ້ເອົາໃຈໃສ່ຊີ້ນຳ- ນຳພາວຽກງານຮັບປະກັນຫຼັກ ການຄຸ້ມຄອງການເບີກຈ່າຍດ້ວຍ ເງິນເດືອນ, ເຂົ້າກິນ, ເຄື່ອງອຸປະ ໂພກ-ບໍລິໂພກ, ນໍ້າມັນເຊື້ອໄຟ, ລຳລຽງຂົນສົ່ງນໍ້າມັນເຊື້ອໄຟ, ກວດກາ ແລະ ສ້ອມແປງລົດໜັກ ພາຫະນະເຕັກນິກຮັບປະກັນໄດ້ 100%, ພ້ອມນັ້ນຍັງໄດ້ເບິ່ງແຍງ ຜູ້ທີ່ເຈັບເປັນເອັນອຸ່ນ ແລະ ນຳສົ່ງ ໂຮງໝໍຂັ້ນທ້ອງຖິ່ນ ແລະ ສູນ ກາງ. ນອກຈາກນັ້ນກໍຍັງໄດ້ນຳ ພາເຮັດວຽກງານແກ້ໄຂຊີວິດ ການເປັນຢູ່, ບົນຈິດໃຈຍົກສູງນໍ້າ ໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ ຜ່ານມາສາມາດເກັບກູ້ພືດ ຜັກຊະນິດຕ່າງໆ ໄດ້ທັງໝົດ 8.000 ກິໂລ, ຄິດເປັນເງິນ 18.000.000 ກີບ, ລ້ຽງສັດປີກ 735 ໂຕ ຄິດ ເປັນເງິນ 8.000.000 ກີບ, ລ້ຽງໝູ 30 ໂຕ ຄິດເປັນເງິນ 29.400.000 ກີບ, ລ້ຽງງົວ 26 ໂຕ ຂາຍ 5 ໂຕ ຄິດເປັນເງິນ 22.300.000 ກີບ, ມີໜອງປາ 3 ໜອງ ປ່ອຍປາແລ້ວ 7.800 ໂຕ, ຄິດເປັນເງິນ 24.285.000 ກີບ, ລວມລາຍຮັບຈາກ ການປູກຝັງ-ລ້ຽງສັດທັງໝົດ 101.985.000 ກີບ. ໂດຍ: ໄພປະດິດ ຂຸນປັນຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ