ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມສະຫຼຸບຖອດຖອນບົດຮຽນການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2018-11-16 10:51:18 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 89 | ຄວາມນິຍົມ:



ວັນທີ 13 ພະຈິກ 2018 ນີ້ຢູ່ທີ່ສະໂມສອນກອງພັນໃຫຍ່ 302 ກອງພົນທີ 3 ໄດ້ເປີດກອງ ປະຊຸມສະຫຼຸບຖອດຖອນບົດຮຽນ ການກະກຽມສະເຫຼີມສະຫຼອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີຂຶ້ນ, ໂດຍພາຍ ໃຕ້ການເປັນປະທານຂອງ ພັນ ໂທ ສາຍທອງ ປີຊາຈັນ ເລຂາ ຄະນະພັກຫົວໜ້າການເມືອງ ກອງພັນໃຫຍ່ 302 ມີ ຄະນະ ພັກ-ຄະນະບັນຊາ, ຫົວໜ້າພະ ແນກ, ຮອງພະແນກ ແລະ ອະນຸ ກຳມະການທີ່ຖືກແຕ່ງຕັ້ງເຂົ້າ ຮ່ວມ. ໃນກອງປະຊຸມໄດ້ຜ່ານມະຕິ ຕົກລົງແຕ່ງຕັ້ງຄະນະຊີ້ນຳລວມ ອະນຸກຳມະການຮັບຜິດຊອບແຕ່ ລະວຽກສະບັບປັບປຸງໃໝ່. ຈາກ ນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງ ໄດ້ປະກອບຄຳຄິດຄຳເຫັນຜ່ານ ການກະກຽມບັນດາວຽກພາຍ ໃນອະນຸກຳມະການຂອງຕົນ ພ້ອມທັງຊອກຫາວິທີແກ້ໄຂ ແລະ ສະເໜີບາງວຽກຂອງຕົນ ທີ່ຈະສືບຕໍ່ຈັດຕັ້ງປະຕິບັດໃຫ້ມີ ຜົນສຳເລັດ ພ້ອມທັງໄດ້ມອບໃຫ້ ຄະນະຮັບຜິດຊອບແຕ່ລະອະນຸ ກຳມະການຈົ່ງຍົກສູງຄວາມຮັບ ຜິດຊອບການເມືອງຂອງຕົນ, ເຕົ້າໂຮມຄວາມສາມັກຄີພາຍໃນ, ຈັດຕັ້ງກວດກາຄືນວຽກງານ ຂອງຕົນພ້ອມທັງມອບໝາຍໜ້າທີ່ ໃຫ້ລະອຽດ, ສູ້ຊົນເຄື່ອນໄຫວຈັດ ຕັ້ງປະຕິບັດບັນດາວຽກງານຕາມ ພາລະບົດບາດ, ສິດ ແລະ ຂອບ ເຂດຮັບຜິດຊອບຂອງຕົນ ແນໃສ່ ເຮັດໃຫ້ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢູ່ ກອງພັນໃຫຍ່ 302 ໃຫ້ມີເນື້ອໃນ ຄວາມໝາຍເລິກເຊິ່ງ, ມີຜົນສຳ ເລັດ ແລະ ມີຄວາມປອດໄພ 100%. ໂດຍ: ນາງ ໄນຖາ ມະດາທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ