ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ກົມໃຫຍ່ເສນາທິການກອງທັບ ປະກາດເລື່ອນຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2024-02-14 14:45:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1772 | ຄວາມນິຍົມ:



ວັນທີ 13 ກຸມພາ 2024 ນີ້, ກົມໃຫຍ່ເສນາທິການກອງທັບ ປະກາດການເລື່ອນຊັ້ນໃຫ້ນາຍທະຫານ ຊັ້ນຮ້ອຍຕີ ເຖິງຊັ້ນ ພັນຕີ ຢູ່ທີ່ສະໂມສອນ ກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາກົມ, ຫ້ອງການ, ພະແນກການ, ຄະນະພັກ-ຄະນະບັນຊາ ກົມກອງ ພ້ອມດ້ວຍພະນັກງານທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ. ສະຫາຍ ພັນເອກ ສັນຕິ ເພັດດວງສິດ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ ຢູ່ກົມໃຫຍ່ເສນາທິການກອງທັບ, ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ ( ສະບັບປັບປຸງ ) ໃນພາກທີ II ໝວດທີ 3 ມາດຕາ 22 ແລະ ມາດຕາ 23 ວ່າດ້ວຍການເລື່ອນຊັ້ນນາຍທະຫານ, ອີງຕາມ ການຄົ້ນຄວ້າ ແລະ ນໍາສະເໜີຂອງກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດ ຕົກລົງ: ເລື່ອນຊັ້ນ, ເລື່ອນທຽບຊັ້ນ ຮ້ອຍເອກ ຂຶ້ນຊັ້ນ ພັນຕີ ຈໍານວນ 151 ສະຫາຍ ແລະ ເລື່ອນຊັ້ນ ຮ້ອຍໂທ ຂຶ້ນຊັ້ນ ຮ້ອຍເອກ ຈໍານວນ 185 ສະຫາຍ, ຈາກນັ້ນ ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານຢູ່ ກົມໃຫຍ່ເສນາທິການກອງທັບ, ກົມໃຫຍ່ການເມືອງກອງທັບຕົກລົງ: ເລື່ອນຊັ້ນ, ເລື່ອນທຽບຊັ້ນ ຮ້ອຍຕີ ຂຶ້ນຊັ້ນ ຮ້ອຍໂທ ຈໍານວນ 93 ສະຫາຍ ແລະ ເລື່ອນຊັ້ນ ວາທີ ຂຶ້ນຊັ້ນ ຮ້ອຍຕີ ຈໍານວນ 23 ສະຫາຍ ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ມີຄໍາເຫັນໂອ້ລົມໃຫ້ແກ່ພະນັກງານທີ່ໄດ້ຮັບການເລື່ອນຊັ້ນໃໝ່ ຈົ່ງສືບຕໍ່ເອົາໃຈໃສ່ຕໍ່ໜ້າທີ່ການເມືອງຂອງຕົນ ຕັ້ງໜ້າຝືກຝົນຫຼໍ່ຫຼອມຕົນເອງ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນໃຈກາງ ນໍາເອົາບັນດາມະຕິ, ຄໍາສັ່ງ, ຂໍ້ກໍານົດ ກົດລະບຽບແນວທາງຂອງພັກ, ກົດໝາຍຂອງລັດ ມາເປັນການປຸກລະດົມ ທັງເປັນການເຊີດຊູນໍ້າໃຈຄວາມຮັບຜິດຊອບຂອງຕົນເອງໃຫ້ສູງຂຶ້ນ ແລະ ເປັນແບບຢ່າງນໍາໜ້າໃນທຸກໜ້າທີ່ວຽກງານ ເສີມຂະຫຍາຍຫົວຄິດປະດິດສ້າງແບບແຜນວິທີເຮັດວຽກ ໄປພ້ອມກັບການ ປັບປຸງກໍ່ສ້າງກົມກອງກໍຄືກອງທັບໃຫ້ມີຄວາມເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ໂດຍ: ພຸດທະວອນ ພົມມະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ