ກອງພົນທີ3 ເຊື່ອມຊຶມກົດໝາຍວ່າດ້ວຍອົງການໄອຍະການທະຫານສະບັບປັບປຸງ ປີ2022
ເວລາອອກຂ່າວ: 2024-02-22 14:01:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2274 | ຄວາມນິຍົມ:
ໃນຕອນເຊົ້າຂອງວັນທີ21 ກຸມພາ ປີ2024ນີ້, ກອງພົນທີ3 ໄດ້ເຊື່ອມຊຶມກົດໝາຍວ່າດ້ວຍອົງການໄອຍະການທະຫານສະບັບປັບປຸງປີ 2022 ຂຶ້ນຢູ່ທີ່ສະໂມສອນຂອງຕົນ ໂດຍການເປັນປະທານຂອງ ສະຫາຍ ພົົນຈັດຕະວາ ສີໄຫວ ໄມພອນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫົວໜ້າອົງການໄອຍະການທະຫານຂັ້ນສູງ, ມີສະຫາຍ ພັນເອກ ບຸນຫຼາຍ ອຸດົມຮຸນ ຄະນະປະຈຳພັກກອງພົນ ຫົວໜ້າຫ້ອງການເມືອງກອງພົນທີ3, ມີຄະນະຫ້ອງ, ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງມາຈາກອົງການ, ກົມກອງເຂົ້າຮ່ວມ.
ສະຫາຍ ພັນໂທ ອຳພອນ ທຳມະວົງ ຫົວໜ້າຫ້ອງການອົງການໄອຍະການທະຫານຂັ້ນສູງ ໄດ້ເຜີຍແຜ່ກົດໝາຍວ່າດ້ວຍອົງການໄອຍະການທະຫານສະບັບປັບປຸງ ປີ2022 ກົດໝາຍສະບັບດັ່ງກ່າວລວມມີ 9ພາກ, 9ໝວດ ແລະ 66ມາດຕາ ໂດຍຍົກໃຫ້ເຫັນບົດບັນຍັດທົ່ວໄປ, ທີ່ຕັ້ງ, ພາລະບົດບາດ, ສິດ-ໜ້າທີ່ຂອບເຂດການເຄື່ອນໄຫວ, ລະບົບການຈັດຕັ້ງ, ໂຄງປະກອບດ້ານບຸກຄະລາກອນ, ການຕິດຕາມກວດກາ, ການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ, ມາດຕະການຕໍ່ຜູ້ທີລະເມີດ, ຂໍ້ຫ້າມຂອງອົງການໄອຍະການທະຫານຂັ້ນສູງ.
ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ສີໄຫວ ໄມພອນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫົວໜ້າອົງການໄອຍະການທະຫານຂັ້ນສູງກໍ່ໄດ້ໂອລົມຕໍ່ພິທີ ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີຄະນະພັກ-ຄະນະບັນຊາ, ພະນັກງານວິຊາສະເພາະ-ວິຊາການຢູ່ກອງພົນທີ3 ຍາດມາໄດ້ຕະຫຼອດໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ບັນດາຄະນະພັກ-ຄະນະບັນຊາ, ພະນັກງານວິຊາການຢູ່ບັນດາອົງການກົມກອງນຳເອົາເນື້ອໃນຂອງກົດໝາຍວ່າດ້ວຍອົງການທະຫານຂັ້ນສູງນຳໄປເຜີຍແຜເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດຢູ່ກົມກອງໃຫ້ເຂັ້ມງວດ, ປັບປຸງປະກອບບຸກຄະລາກອນວິຊາການຢູ່ບັນດາອົງການກົມກອງໃຫ້ເໝາະສົມ ແລະ ຖືກຕ້ອງຕາມເງື່ອນໄຂ ເພື່ອເຮັດໃຫ້ວຽກງານດ້ານກົດໝາຍໄດ້ຮັບການເຜີ່ຍແຜເຊື່ອມຊຶມຢູ່ໃນຖັນແຖວກອງທັບນັບມື້ກວ້າງຂວາາງ, ນຳໃຊ້ຖືກຕ້ອງເຂັ້ມງວດດ້ວຍຄວາມຍຸດຕິທຳ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ