ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ພຶດສະພາ 2025

  

ທ່ານ ວີ​ເພັດ ສີ​ຫາ​ຈັກ ໄດ້​ຮັບ​ເລືອກ​ຕັ້ງ ​ເປັນ​ປະທານ ​ສຕລ ອີກ​ສະໄໝ
ເວລາອອກຂ່າວ: 2024-02-27 10:28:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 545 | ຄວາມນິຍົມ:



ວັນ​ທີ 24 ກຸມພາ 2024, ສະຫະພັນ​ບານເຕະ​ແຫ່ງ​ຊາດ​ລາວ (​ສຕລ) ໄດ້​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ຊຸດ​ໃໝ່ ສົກ​ປີ 2024-2028, ໂດຍ​ມີທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ປະທານ ທີ່ປຶກສາ​ກິດ​ຕິ​ມະ​ສັກ ​ສຕລ, ທ່ານ ກິ່ງ​ມະໂນ ພົມ​ມະຫາ​ໄຊ ຮອງ​ລັດຖະມົນຕີກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ, ຕາງໜ້າ​ຈາກ​ສະຫະພັນ​ບານເຕະ​ສາກົນ (ຟີ​ຟາ), ສະຫະພັນ​ບານເຕະ​ອາຊີ (ເອ​ເອ​​ັຟ​ຊີ) ພ້ອມ​ດ້ວຍ​ຄະນະ​ບໍລິຫານ​ງານ​ທັງ​ຊຸດ​ເກົ່າ ແລະ ໃໝ່ ​ສຕລ, ພ້ອມ​ດ້ວຍ​ບັນດາ​ສະຫະພັນ​ບານເຕະ​ແຂວງ, ນະຄອນຫຼວງ​ເຂົ້າ​ຮ່ວມ. ຜ່ານ​ການ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ຊຸດ​ໃໝ່ ມີ​ທັງ​ໝົດ 11 ທ່ານ, ໃນ​ນີ້ ທ່ານ ວີ​ເພັດ ສີ​ຫາ​ຈັກ ໄດ້ຖືກຄັດເລືອກໃຫ້​ເປັນ​ປະທານ ​ສຕລ ອີກ​ໜຶ່ງ​ສະ ໄໝ (2024-2028), ໂດຍມີ​ ຮອງ​ປະທານ 4 ທ່ານ​ຄື: ທ່ານຄຳ​ໄພ ປະເສີດ, ທ່ານ ຄຳ​ແພງວົງ​ຂັນຕີ, ທ່ານ ປະສາດ​ໄຊ ພິລາ​ພັນ​ເດ​​ຊ, ທ່ານ ນາງ ກັນຍາ ແກ້ວ​ມະນີ ພ້ອມ​ກັບ​​ກຳມະການ​ຄະນະ​ບໍລິຫານ​ອີກ 6 ທ່ານ​ຄື: ທ່ານ ​ດຣ ໄຊຊະນະ ທອງຄຳ​ຈັນ, ທ່ານ ​ປອ ບຸນ​ຍູ້ ສີ​ສານ, ທ່ານນາງ ພູໄຊ ແພງ​ພົງ, ທ່ານ ພັນ​ໂທ ຖາວອນ ຫຼວງ​ຈັນ​ດາ​ວົງ, ທ່ານ ແກ້ວ​ລັດຕະນະ ສີ​ຫາ​ວົງ ແລະ ທ່ານ ຄໍ​ລະ​ເດດ ພອນ​ພະຈັນ. ທ່ານ ວີ​ເພັດ ສີ​ຫາ​ຈັກ ໄດ້​ກ່າວ​ວ່າ: ຕົນ​ເອງ ພ້ອມ​ດ້ວຍ​ຄະນະ ຈະ​ພະຍາຍາມ​ພັດທະນາ​ວົງ​ການ​ບານ ເຕະ​ລາວ​ໃຫ້​ດີ​ຂຶ້ນ ແລະ ຂະຫຍາຍພື້ນຖານກີລາ ເຕະບານໃຫ້ກວ້າງຂວາງ​ກວ່າ ເກົ່າ ພ້ອມ​ທັງ​ຮຽກຮ້ອງ​ໃຫ້ການ​ນຳ​ທຸກ​ພາກສ່ວນທັງ​ພາກ​ລັດ, ເອກະ​ຊົນ, ອົງ​ການຈັດຕັ້ງ​ສາກົນ ແລະ ແຟນ​ບານ​ທຸກ​ທ່ານ ຮ່ວມ​ຊຸກຍູ້​ສະໜັບສະໜູນ, ປະກອບສ່ວນ ເພື່ອ​ພັດທະນາ​ກິລາ​ບານເຕະ​ລາວ​ກ້າວ​ສູ່​ລະດັບ​ໂລກ​ຮ່ວມ​ກັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ