
ກອງພົນທີ 1 ປະກາດ ທະຫານຈົບພັນທະສືບຕໍ່ທະຫານອາຊີບ
ເວລາອອກຂ່າວ: 2024-02-28 08:59:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 461 | ຄວາມນິຍົມ:
ໃນກາງເດືອນກຸມພາ 2024 ນີ້, ກອງພົນທີ1 ໄດ້ຈັດພິທີປະກາດທະຫານຈົບພັນທະສືບຕໍ່ທະຫານອາຊີບ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຫົວໜ້າການທະຫານ ກອງພົນທີ 1, ມີຄະນະພັກ-ຄະນະບັນຊາ, ອົງການ, ກອງພັນໃຫຍ່, ພະແນກການ ແລະ ກົມກອງທີ່ກ່ຽວເຂົ້າຮ່ວມ.
ສະຫາຍ ພັນໂທ ທອງພອນ ສີສຸພັນ ຫົວໜ້າພະແນກກຳລັງພົນ ໄດ້ຜ່ານຂໍ້ຕົກລົງ ຂອງກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອະນຸມັດທະຫານພັນທະສືບຕໍ່ທະຫານອາຊີບ ປະຈຳປີ 2022, ອີງຕາມກົດໝາຍພັນທະປ້ອງກັນຊາດ ແລະ ຂໍ້ກຳນົດ ວ່າດ້ວຍລະບຽບຂອງນາຍສິບ ແລະ ພົນທະຫານໃນກອງທັບປະຊາຊົນລາວ ສະບັບປັບປຸງໃໝ່ ໝວດທີ IV ມາດຕາIX, ອີງຕາມ ການຕົກລົງ ຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອະນຸມັດທະຫານພັນທະສືບຕໍ່ເຂົ້າເປັນທະຫານອາຊີບ, ເຊິ່ງໄດ້ຮັບການອະນຸມັດຈາກກົມໃຫຍ່ເສນາທິການກອງທັບ ປະກອບຢູ່ກອງພົນທີ 1 ຈຳນວນ 394 ສະຫາຍ. ໃນໄລຍະຜ່ານມາ ບັນດາສະຫາຍເຫຼົ່ານັ້ນໄດ້ເອົາໃຈໃສ່ສຸມທຸກເຫື່ອແຮງ, ສະຕິປັນຍາ ເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບດ້ວຍຄວາມຮັບຜິດຊອບສູງ, ຕັ້ງໜ້າປະຕິບັດ ມະຕິ,ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງກອງທັບໄດ້ເປັນຢ່າງດີ ໂດຍສະເພາະແມ່ນໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນຂະບວນການເຄື່ອນໄຫວເຮັດໜ້າທີ່ແກ້ໄຂໜໍ່ແໜງຄວາມບໍ່ສະຫງົບ ແລະ ປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ, ເຮັດໃຫ້ສະພາບກົມກອງຮັບຜິດຊອບ ມີຄວາມສະຫງົບປອດໄພໂດຍພື້ນຖານ.
ໂອກາດສຳຄັນນີ້, ສະຫາຍພົນຈັດຕະວາ ອຸ່ນຈັນ ແດງວັນສົມ ໄດ້ເນັ້ນໜັກໃຫ້ແຕ່ລະສະຫາຍທີ່ຈົບທະຫານພັນທະສືບຕໍ່ເຂົ້າເປັນທະຫານອາຊີບຄັ້ງນີ້, ຈົ່ງຍົກສູງໜ້າທີ່, ສິດ ແລະ ຂອບເຂດຂອງນາຍສິບຢ່າງເຕັມສ່ວນຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງເຂົ້າໃນການເຝີກແອບຮໍ່າຮຽນ, ຮຽນການເມືອງ, ການທະຫານ-ເຕັກນິກວິຊາສະເພາະໃຫ້ສູງ ມີທັດສະນະຄຸນສົມບັດສິນທຳປະຕິວັດ, ປະຕິບັດມະຕິ, ຄຳສັ່ງຂອງຜູ້ບັນຊາປະກອບສ່ວນເຄື່ອນໄຫວໜ້າທີ່່ວຽກງານຂອງກົມກອງ, ປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບ, ຂອງກົມກອງ, ມີຄວາມສາມັກຄີເຊິ່ງກັນ ແລະ ກັນ, ປົກປັກຮັກສາວັດຖຸສວນລວມທີ່ປະກອບໃຫ້ ແລະ ປົກປັກຮັກສາເສີມຂະຫຍາຍທາດແທ້ມູນເຊື້ອຂອງຊາດຂອງກອງທັບ ແລະ ປະຕິບັດ 3 ໜ້າທີ່ 4 ການພົວພັນຂອງນາຍສິບ ແລະ ພົນທະຫານ, ມີນ້ຳໃຈເສຍສະຫຼະໃຫ້ສົມເປັນນັກຮົບປະຕິວັດຜູ້ສືບທອດທີ່ຊາດ ແລະ ປະຊາຊົນມອບໝາຍແທ້ຈິງ.
ໂດຍ: ຄຳພຸດ ພານຸວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ