ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ກຸມພາ 2025

  

ພະ​ແນກ​ເຕັກນິກ ກອງພັນ 497 ສະຫຼຸບ​ວຽກ​ງານ ປະຈຳ​ປີ 2023
ເວລາອອກຂ່າວ: 2024-02-29 09:09:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 493 | ຄວາມນິຍົມ:



ວັນ​ທີ 26 ກຸມພາ 2024, ພະ​ແນກ​ເຕັກນິກ ກອງພັນ​ໃຫຍ່ 497 ໄດ້​ສະຫຼຸບ​ຖອດ​ຖອນ​ບົດຮຽນວຽກ​ງານ ປະຈຳ​ປີ 2023 ແລະ ວາງ​ທິດ​ທາງ​ແຜນການ ປະຈຳ​ປີ 2024, ໂດຍ​ການ​ເປັນ​ປະທານ​ ຂອງ​ສະຫາຍ ພັນ​ເອກ ຄຳ​ສຸກ ໄຊ​ມວນ​ສິນ ຫົວໜ້າ​ການ​ທະຫານ​ ກອງພັນ​ໃຫຍ່ 497, ມີ​ສະຫາຍ ພັນ​ໂທ ບົວ​ລີ ກໍ​ອຸ​ເທນ ຫົວໜ້າ​ພະ​ແນກ​ເຕັກນິກ ກອງພັນ​ໃຫຍ່ 497, ຄະນະ​ພັກ-ຄະນະ​ບັນ ຊາ ພະແນກການ, ກົມ​ກອງ ແລະ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ມາ ອິນ​ທອງ​ດີ ຫົວໜ້າ​ຂະແໜງ​ແຜນການ ພະ​ແນກ​ເຕັກນິກ ​ກອງພັນ​ໃຫຍ່ 497 ໄດ້​ສະຫຼຸບ​ຕີ​ລາຄາ ການ​ນຳພາ, ຈັດ​ຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ຂອງ​ພະ​ແນກ​ເຕັກນິກ ຕາມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະ​ປ້ອງ​ກັນ​ປະເທດ​ວາງ​ອອກ​ ໃນ​ໄລຍະ 1 ປີຜ່ານມາ ໄດ້​ເອົາໃຈໃສ່​ໃນ​ການ​ຄຸ້ມ​ຄອງ, ບົວລະບັດ​ຜັດ​ເຊັດ ແລະ ປົກ​ປັກ​ຮັກສາ​ພາຫະນະ​ອາວຸດ-ຍຸດ​ໂທ​ປະກອນ​ທີ່​ຂັ້ນເທິງ​ປະກອບໃຫ້ ບໍ່​ໃຫ້​ຕົກເຮ່ຍ​ເສຍ​ຫາຍ ແລະ ສາມາດ​ຮັບປະກັນ​ທາງ​ດ້ານ​ຄຸນ​ນະ​ພາບ​ໄດ້​ດີ, ໄດ້​ພົວພັນ​ວຽກ​ນຳ​ຂັ້ນ​ເທິງ 40 ຄັ້ງ, ຮັບ​ເຄື່ອງ​ອາ​ໄຫຼ່​ນຳ​ຂັນ​ເທິງ 5 ຄັ້ງ ມີ 7 ລາຍການລວມ​ເປັນ​ເງິນ 19.300.000 ກີບ, ຮັບ​ເຄື່ອງ​ອຸປະກອນ​ສ້ອມແປງ​ນຳ​ກົມ​ຄຸ້ມ​ຄອງ​ລົດ 31 ລາຍການ ລວມ​ເປັນເງິນ 40.800.000 ກີບ, ຂໍ​ເງິນ​ນຳ​ກົມ​ກອງ​ສ້ອມແປງ​ລົດ 10.000.000 ກີບ, ເບີກ-ຈ່າຍ​ເຄື່ອງ​ອາ​ໄຫຼ່​ໄດ້ 5 ຄັ້ງ, ອຸ່ນ​ຈັກ​ລົດ​ອູ​ລານ​ກັບ​ທີ່​ໄດ້ 10 ຄັ້ງ, ຮັບ​ອາວຸດ-ກະ​ສູນ​ນຳ​ຂັ້ນ​ເທິງ 3 ຄັ້ງ, ເບີກ-ຈ່າຍ​ອາວຸດ ແລະ ລູກ​ກະ​ສູນ​ຕ່າງໆ 16 ຄັ້ງ, ສ້ອມແປງ​ອາວຸດ-ຍຸດ​ໂທ​ປະກອນ​ທີ່​ເປ່​ເພ່ 5 ຄັ້ງ, ມີ 30 ແຮງ​ງານ, ທຳລາຍ​ອາວຸດ-ກະ​ສູນ 1 ຄັ້ງ ແລະ ສ້ອມ ແປງ​ກາງ-ເບົາ​ໄດ້ 12 ຄັ້ງ, ມີ 72 ແຮງ​ງານ. ໂດຍ: ເປີ້ນ ແສງ​ຄຳ​ມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ