ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ມັງກອນ 2025

  

ກອງ​ພົນ​ທີ 2 ປະກາດ​ທະຫານ ທີ່​ຈົບ​ພັນທະສືບຕໍ່​ເຂົ້າ​ເປັນ​ທະຫານ​ອາຊີບ
ເວລາອອກຂ່າວ: 2024-02-29 09:10:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 372 | ຄວາມນິຍົມ:



   ໃນ​ວັນ​ທີ 27 ກຸມພາ 2024, ກອງ​ພົນ​ທີ 2 ໄດ້​ປະກາດ​ທະຫານ​ທີ່​ຈົບ​ພັນທະ ປີ 2021 ສືບຕໍ່​ເຂົ້າເປັນ​ທະຫານ​ອາຊີບ, ໂດຍ​ເປັນ​ປະທານ ​ຂອງ​ສະຫາຍ ພັນ​ເອກ ສອນ​ເພັດ ຈັນ​ສົມ ຫົວໜ້າ​ຫ້ອງ​ເສນາ​ທິ​ການ ​ກອງ​ພົນ​ທີ 2, ມີ​ພາກສ່ວນ​ທີ່​ກ່ຽວຂ້ອງ ແລະ ທະຫານ​ທີ່​ຈົບ​ພັນທະສືບຕໍ່​ເຂົ້າ​ເປັນ​ທະຫານ​ອາຊີບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ພອນ​ພົງ ທອງ​ປະເສີດ ຫົວໜ້າ​ພະ​ແນກ​ກຳລັງ​ພົນ ກອງ​ພົນ​ທີ 2 ໄດ້​ຜ່ານ​ຂໍ້​ຕົກລົງ​ ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ວ່າ​ດ້ວຍ ການ​ອະນຸມັດ​ທະຫານ​ພັນທະ ສືບຕໍ່​ເຂົ້າ​ເປັນ​ທະຫານ​ອາຊີບ ເຊິ່ງ​ຜູ້​ທີ່​ຄົບ​ມາດຖານ​ເງື່ອນໄຂສືບຕໍ່​ເຂົ້າ​ເປັນ​ທະຫານ​ອາຊີບ ມີ​ຈຳນວນ 205 ສະຫາຍ, ຍິງ 23 ສະຫາຍ ໄດ້​ຜ່ານ​ການເຝິກແອບ​ທະຫານໃໝ່ ໄລຍະ 3 ເດືອນ, ເປັນ​ຜູ້​ທີ່​ປະຕິບັດ​ຂໍ້​ກຳນົດ​, ກົດ​ລະບຽບ ໂດຍ​ສະເພາະ 7 ລະບອບ 18 ວຽກ​ຂອງ​ກອງ ທັບ​ວາງ​ອອກຢ່າງ​ເຂັ້ມ​ງວດ, ເອົາໃຈໃສ່​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ, ຕັ້ງໜ້າ​ຫັດ​ແອບ ການ​ທະຫານ, ສິລະ​ປະຍຸດ-ຍຸດທະວິທີ, ເປັນ​ຜູ້​ທີ່​ນຳ​ໜ້າ​ໃນ​ທຸກ​ໜ້າທີ່​ວຽກ​ງານ​ທີ່​ການຈັດຕັ້ງ​ມອບ​ໝາຍ​ໃຫ້ ແລະ ເປັນ​ຜູ້​ທີ່ຄົບ​ເງື່ອນໄຂ​ມາດຖານ ເຂົ້າ​ເປັນ​ທະຫານ​ອາຊີບ​ທີ່​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ​ວາງ​ອອກ.     ໂດຍ: ສຸວັນ​ໂນ ທະລັງ​ສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ