ພ້ອມກັນເອົາໃຈໃສ່ເຮັດໃຫ້ບັ້ນອົບຮົມ-ຫັດແອບ ບັນລຸຕາມແຜນການ ແລະ ຄາດໝາຍ
ເວລາອອກຂ່າວ: 2024-02-29 09:22:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 599 | ຄວາມນິຍົມ:
ສະຫາຍ ພັນໂທ ສັນຍາ ມະໂນລາດ ຫົວໜ້າຂະແໜງອົບ ຮົມ ພະແນກເສນາທິການ ກອງພັນໃຫຍ່ 605 ໃຫ້ຮູ້ວ່າ: ວຽກງານອົບຮົມ-ຫັດແອບ, ປັບປຸງລະບຽບແບບແຜນ ແລະ ເຝິກຝົນກຳລັງແຮງກາຍແມ່ນໜຶ່ງຢູ່ໃນບູລິມະສິດສຳຄັນທີ່ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ຈັດຕັ້ງປະຕິບັດເປັນປະຈຳຕາມຄຳສັ່ງແນະນຳ ຂອງກົມໃຫຍ່ເສນາທິການກອງທັບວາງອອກ, ເພາະວຽກງານດັ່ງກ່າວແມ່ນນອນຢູ່ໃນ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດກຳນົດໄວ້ ທັງແມ່ນໜຶ່ງໃນມູນເຊື້ອອັນດີງາມຂອງກອງທັບປະຊາຊົນລາວ ເຊິ່ງໄດ້ຢັ້ງຢືນເຖິງຄວາມມີລະບຽບວິໄນຄວາມເຂັ້ມແຂງ ໜັກແໜ້ນ, ເດັດຂາດ ມີແບບແຜນ ກ້າວໄປເຖິງການສ້າງກອງທັບປະຕິວັດມີແບບແຜນທັນສະໄໝໃນສະເພາະໜ້າ ແລະ ຍາວນານ.
ໃນນີ້, ເວົ້າສະເພາະຢູ່ກອງພັນໃຫຍ່ 605 ກໍໄດ້ຈັດຕັ້ງອົບຮົມ-ຫັດແອບການເມືອງ, ການທະ ຫານ, ພະລາທິການ-ເຕັກນິກ ແລະ ເຫຼົ່າຮົບວິຊາສະເພາະປະ ຈຳປີ 2024. ສະຫາຍ ພັນໂທ ສັນຍາ ມະໂນລາດ ໃຫ້ຮູ້ວ່າ: ການອົບຮົມ-ຫັດແອບ ຄັ້ງນີ້: ເປັນການປັບປຸງລະບຽບແບບ ແຜນ, ເຝິກຝົນກຳລັງກາຍໃຫ້ພະນັກງານ-ນັກຮົບ ທັງເປັນການຍົກສູງຄວາມຮູ້ ຄວາມສາມາດ ໃນການນຳໃຊ້ອາວຸດ-ຍຸດໂທປະ ກອນໃຫ້ມີຄວາມຊຳນິຊຳນານໃນການບັນຊາແຕ່ລະຂັ້ນ ແລະ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ທາງດ້ານວິຊາສະເພາະ, ມີໄຫວພິກປະດິດສ້າງທາງດ້ານສິລະປະຍຸດ-ຍຸດທະວິທີ, ຮູ້ໝູນໃຊ້ທິດສະດີ-ຫຼັກການ ແລະ ພຶດຕິກຳຕົວຈິງເຂົ້າໃນການປະຕິບັດໜ້າ ທີ່ກຽມພ້ອມສູ້ຮົບໃຫ້ໄດ້ຮັບຜົນດີ, ການອົບຮົມ-ຫັດແອບຄັ້ງນີ້: ແບ່ງເປັນ 2 ໄລຍະຄື: ໄລຍະທີ 1 ເລີ່ມແຕ່ເດືອນກຸມພາ ຫາ ເດືອນ ພຶດສະພາ 2024, ໄລຍະທີ 2 ເລີ່ມແຕ່ເດືອນກໍລະກົດ ຫາ ເດືອນ ຕຸລາ 2024 ໃນນີ້, ຈະໄດ້ອົບຮົມວິຊາລວມ 80 ວັນ, ວິຊາລະບຽບຮູບແຖວງົດງາມ, ຂໍ້ກຳນົດຕ່າງໆ 15 ວັນ, ວິຊາກິລາການທະຫານ 8 ວັນ, ສິລະປະຍຸດທະຫານຮາບ 8 ວັນ, ຍຸດທະວິທີທະຫານຮາບ 8 ວັນ, ຄວາມຮູ້ພື້ນຖານກ່ຽວກັບເຫຼົ່າຮົບປືນໃຫຍ່ໜ້າດິນ 1 ວັນ, ວຽກງານເສນາທິການ 5 ວັນ, ວຽກງານການເມືອງຮັບໃຊ້ສູ້ຮົບ 15 ວັນ, ວຽກງານພະລາທິການຮັບໃຊ້ສູ້ຮົບ 10 ວັນ, ວຽກງານເຕັກນິກຮັບໃຊ້ສູ້ຮົບ 10 ວັນ, ວິ ຊາສະເພາະປືນໃຫຍ່ໜ້າດິນ 100 ວັນ, ສິລະປະຍຸດປືນໃຫຍ່ໜ້າດິນ 6 ວັນ, ຍຸດທະວິທີປືນໃຫຍ່ໜ້າດິນ 19 ວັນ, ວິຊາຈັງຫວະປືນໃຫຍ່ໜ້າດິນ 18 ວັນ, ຄິດໄລ່-ວັດແທກປືນໃຫຍ່ໜ້າດິນ 23 ວັນ ແລະ ວິຊາການຍິງປືນໃຫຍ່ໜ້າດິນ 28 ວັນ.
ສະຫາຍ ພົນຈັດຕະວາ ວົງແກ້ວ ວົງພິລາ ຫົວໜ້າກົມປືນໃຫຍ່ໜ້າດິນ ກົມໃຫຍ່ເສນາທິການກອງທັບ ຍັງໃຫ້ຮູ້ຕື່ມອີກ ວ່າ: ການຈັດຕັ້ງອົບຮົມ-ຫັດແອບໃນຄັ້ງນີ້ ເພື່ອເປັນການປັບປຸງລະບຽບແບບແຜນ, ເຝິກຝົນກຳ ລັງແຮງກາຍໃຫ້ພະນັກງານ-ນັກ ຮົບຢູ່ກອງພັນໃຫຍ່ 605 ໃຫ້ມີຄວາມເຂັ້ມແຂງ ປະກອບສ່ວນສຳຄັນເຂົ້າໃນການຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ; ສະນັ້ນ ຈິ່ງຢາກຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ, ຕະຫຼອດຮອດພະນັກງານ-ນັກຮົບ ທຸກສະຫາຍ ໃຫ້ເອົາໃຈໃສ່ກຳແໜ້ນທິດສະດີ, ຫຼັກການ ແລະ ພາກປະຕິບັດຕົວຈິງ ບໍ່ວ່າຈະເປັນພາກການເມືອງ, ການທະຫານ, ພະລາທິການ-ເຕັກນິກ ແລະ ເຫຼົ່າຮົບວິຊາສະ ເພາະປືນໃຫຍ່ໜ້າດິນ ຕ້ອງຮັບ ປະກັນຄວາມປອດໄພ 100% ສ່ວນພະນັກງານ-ນັກຮົບ ກໍຕ້ອງມີຄວາມຕັດສິນໃຈສູງ, ສຸມທຸກສະຕິປັນຍາເຂົ້າໃນການອົບຮົມ, ເດັ່ດດຽວ, ອົດທົນ, ບຸກບືນຜ່ານຜ່າຄວາມຍຸ້ງຍາກເຖິງວ່າສະພາບດິນຟ້າ-ອາກາດຈະຮ້ອນອົບເອົ້າ, ເງື່ອນໄຂພູມີປະເທດບໍ່ເອື້ອອຳນວຍກໍຕາມ ບວກກັບງົບປະມານຂັດສົນ ແຕ່ດ້ວຍຄວາມຕັດສິນໃຈສູງຂອງຄະນະຊີ້ນຳແຕ່ລະຂັ້ນ ແລະ ນໍ້າໃຈອົດ ທົນຂອງພະນັກງານ-ນັກຮົບທຸກສະຫາຍ ຂ້າພະເຈົ້າເຊື່ອໝັ້ນວ່າ: ບັ້ນອົບຮົມ-ຫັດແອບຄັ້ງນີ້ບັນລຸຕາມແຜນການ ແລະ ຄາດໝາຍທີ່ວາງໄວ້ຢ່າງແນ່ນອນ.
ໂດຍ: ວັນໄຊ ໄຊສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ