ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 16 ມັງກອນ 2025

  

ຫ້ອງການຄະນະກຳມະການ ປກຊ-ປກສແຂວງ ສະຫຼຸບຖອດຖອນບົດຮຽນວຽກງານປກຊ-ປກສ ປະຈຳປີ 2023
ເວລາອອກຂ່າວ: 2024-03-04 14:57:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1734 | ຄວາມນິຍົມ:



ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງອຸດົມໄຊ ໄດ້ໄຂຂຶ້ນໃນວັນທີ1 ມີນາ 2024, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອຸດົມໄຊ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງອຸດົມໄຊ, ມີຄະນະປະຈຳພັກແຂວງ, ຄະນະກຳມະການປກຊ-ປກສແຂວງ, ເມືອງ, ຄະນະພັກ-ຄະນະບັນຊາ ສອງກອງບັນຊາການ, ທະຫານ-ຕຳຫຼວດ, ພະແນກການອ້ອມຂ້າງແຂວງຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພັນໂທ ວຽງໄຊ ຍົມມະລາ ຫົວໜ້າຫ້ອງການຄະນະກຳມະການ ປກຊ-ປກສແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ປກຊ-ປກສປະຈຳປີ 2023 ແລະ ວາງທິດທາງແຜນການປະຈຳປີ 2024, ພ້ອມທັງຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະ ບາງບົດຮຽນທີ່ຖອດຖອນໄດ້ໃນໄລະຍາດຜ່ານ, ເຊິ່ງສະແດງອອກໄດ້ສົ່ງພະນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດເປັນປົກກະຕິ, ປາຖະກະຖາວັນປະຫວັດສາດຂອງຊາດ, ຂອງພັກ, ຂອງກອງທັບມີຜູ້ເຂົ້າຮ່ວມ 4,146 ສະຫາຍ, ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດຈຳນວນ 446 ສະຫາຍ, ສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນໄດ້ 3 ບ້ານ, ມອບໃບຢັ້ງຢືນ ແລະ ບ້ານປ້ອງກັນຊາດເຂັ້ມແຂງໄດ້ 6 ກຸ່ມບ້ານ, ສ້າງບ້ານປ້ອງກັນຄວາມສະຫງົບດີໄດ້ 378 ບ້ານ, ບ້ານປອດຢາເສບຕິດໄດ້ 373 ບ້ານ, ໄດ້ຈັດຕັ້ງກຳລັງເຄື່ອນໄຫວຈຸດຫຼໍ່ແຫຼມຕ່າງຂອບເຂດຄວາມຮັບຜິດຊອບໄດ້ 55 ຄັ້ງ ນຳໃຊ້ກຳລັງ 250 ສະຫາຍ, ຄຸ້ມຄອງປື້ມສຳມະໂນຄົວ, ອອກປື້ມສຳມະໂນຄົວໄດ້ 80.919 ຄອບຄົວ, ອອກບັດປະຈຳຕົວ 9.187 ບັດ, ຄະດີເກີດຂຶ້ນ 260 ລາຍ, ຜູ້ຖືຫາ 412 ຄົນ, ຍິງ 34 ຄົນ, ຄະດີອາຍາ 47 ລາຍ, ຄະດີຢາເສບຕິດ 183 ລາຍ, ຄະດີຄ້າມະນຸດ 4 ລາຍ, , ມ້າງການຫຼິ້ນພະນັຮຕ້ອງຫ້າມ( ເກມໄຟຟ້າ ) 4 ຈຸດໃຫຍ່, ຍືດຢາສູບໄຟຟ້າໄດ້ 9.380 ກອກ, ຢາສູບໄຟຟ້າຫຼອດ 101 ຫຼອດ, ອຸປະຕິເຫດເກີດຂຶ້ນ 238 ລາຍ, ພາຫະນະເປ່ເພທັງໝົດ 385 ຄັນ, ຮັບບາດເຈັບ 433 ຄົນ, ຍິງ 87 ຄົນ, ເສຍຊີວິດ 39 ຄົນ, ຍິງ 9 ຄົນ ລວມມູນຄ່າເສຍຫາຍ 4,5 ຕື້ກີບ, ເກີດອັກຄີໄພຈຳນວນ 18 ຄັ້ງ, ໂຄສະນາເຜີຍແຜ່ກົດໝາຍ, ຜົນຮ້າຍຂອງຢາເສບຕິດຈຳນວນ 9 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 2,246 ຄົນ, ຍິງ 674 ຄົນ. ນອກຈາກນັ້ນຍັງໄດ້ເອົາໃສ່ໃຈວຽກງານພະລາທິການໂດຍຖືເອົາການປູກຝັງ-ລ້ຽງສັດເປັນທ່າແຮງບົ່ມຊ້ອນເພື່ອເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ໃນໂອກາດດຽວກັນນິ້ຜູ້ແທນກອງປະຊຸມໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ແລະ ເປັນເອກະສັນຮັບຮອງເອົາທິດທາງແຜນການໃນປີ 2024 ໃນຕອນທ້າຍໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງ ແຂວງອຸດົມໄຊ ປະທານຄະນະກຳມະການປກຊ-ປກສ ແຂວງ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານສະມາຊິກພັກ-ນັກຮົບ ແລະ ພໍ່ແມ່ປະຊາຊົນໃຫ້ເຂົາໃຈຕໍ່ໜ້າທີ່ວຽກງານປກຊ - ປກສ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດເປັນປົກກະຕິ, ປັບປຸງທັດສະນະຄຸນສົມບັດ, ສິນທຳປະຕິວັດ, ເປັນເຈົ້າການເຄື່ອນໄຫວກຳສະພາບການ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບໜ້າທີ່ວຽກງານຕົວຈິງ, ເພີ່ມທະວີພາຍໃນ-ພາຍນອກ ແລະ ພໍ່ແມ່ປະຊາຊົນໃຫ້ແໜ້ນແຟ້ນ, ພ້ອມກັນເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກງານ ປກຊ - ປກສ ໃນຂອບເຂດທົ່ວແຂວງອຸດົມໄຊໃຫ້ມີຄວາມສະຫງົບປອດໄພ 100%. ຂ່າວ-ພາບ: ສົມພູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ