
ສະຫະພັນແມ່ຍິງ ກອງພົນທີ 4 ຈັດກິດຈະກຳ ຂໍ່ານັບຮັບຕ້ອນ ວັນແມ່ຍິງສາກົນ ຄົບຮອບ 114 ປີ
ເວລາອອກຂ່າວ: 2024-03-05 08:51:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 482 | ຄວາມນິຍົມ:
ວັນທີ 1 ມີນາ 2024 ນີ້, ຢູ່ທີ່ໜ້າສຳນັກງານກອງພົນທີ 4 ໄດ້ຈັດກິດຈະກຳເຕັ້ນເພງລາວປະຍຸກ ເພື່ອສຸຂະພາບ ເພື່ອຂໍ່ານັບຮັບຕ້ອນວັນແມ່ຍິງສາກົນ ຄົບຮອບ 114 ປີ(8 ມີນາ1910-8 ມີນາ 2024). ໂດຍມີສະຫາຍ ພັນເອກ ຈັນທຸມມາ ນໍອາມາດ ກຳມະການຄະນະພັກກອງພົນ, ຮອງຫົວໜ້າຫ້ອງການເມືອງກອງພົນທີ 4, ມີສະຫາຍ ພັນໂທ ນາງ ລຳເຮືອງ ບຸດຕະວົງ ຫົວໜ້າພະແນກສະຫະພັນແມ່ຍິງ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງກົມກອງອ້ອມຂ້າງທີ່ຂຶ້ນກັບກອງພົນທີ 4 ເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ລຳເຮືອງ ບຸດຕະວົງ ໄດ້ໃຫ້ຮູ້ວ່າ: ຈຸດປະສົງໃນການຈັດກິດຈະກຳຄັ້ງນີ້ ເພື່ອປະຕິບັດຕາມໝັງສືແຈ້ງການຂອງຫ້ອງການສະຫະພັນແມ່ ຍິງກອງທັບ ວ່າດ້ວຍການສະ ເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ ແລະ ແຜນ ສ້າງຂະບວນການຂອງພະແນກສະຫະພັນແມ່ຍິງກອງພົນທີ 4. ເພື່ອສ້າງຜົນງານສ້າງຂະບວນການຕ້ອນຮັບວັນແມ່ຍິງສາກົນ ຄົບຮອບ 114 ປີທີ່ຈະມາເຖິງໃນມໍ່ໆນີ້ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍຄວາມສຳ ຄັນ. ສຳລັບກິດຈະກຳໃນຄັ້ງນີ້ມີຫັດກາຍສອງບົດມືເປົ່າ 2 ບົດ 24 ຈັງຫວະ ແລະ ຟ້ອມລາວປະຍຸກ 4 ຈັງຫວະ, ມີສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມທັງໝົດ 152 ສະຫາຍ.
ພ້ອມນີ້, ເພື່ອເປັນການອອກ ກຳລັງກາຍເຮັດໃຫ້ສຸຂະພາບ ຮ່າງກາຍແຂງແຮງທົນທານ ແລະ ມີບຸກຄະລິກກະພາບທີ່ດີ; ພັດທະນາທາງດ້ານຈິດໃຈເຮັດໃຫ້ມີສຸຂະພາບຈິດແຈ່ມໃສເບີກ ບານ ແລະ ທັງເປັນການສ້າງຄວາມສຳພັນສ້າງຄວາມສາມັກຄີທີ່ດີລະຫວ່າງສະມາຊິກສະຫະພັນແມ່ຍິງແຕ່ລະກົມກອງ ແລະ ພ້ອມພາກັນເຮັດສຳເລັດໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້ສ້າງຜົນງານສ້າງຂະບວນການຕ່າງໆ ໃຫ້ເປັນຂະບວນຟົດຟື້ນຕໍ່ເນື່ອງ.
ໂດຍ: ສຸລິວັນ ແສນບຸດຕະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ