
ຊາວໜຸ່ມ ກອງວາລະສານປ້ອງກັນຊາດ ສະຫຼຸບວຽກງານ ປະຈຳປີ 2023
ເວລາອອກຂ່າວ: 2024-03-05 08:54:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 428 | ຄວາມນິຍົມ:
ໜ່ວຍຊາວໜຸ່ມ ກອງວາລະສານປ້ອງກັນຊາດ ໄດ້ສະຫຼຸບການເຄື່ອນໄຫວວຽກງານຊາວໜຸ່ມ ປະຈຳປີ 2023 ແລະ ວາງທິດທາງແຜນການວຽກງານ ປະຈຳປີ 2024 ໃນວັນທີ 22 ກຸມພາ 2024 ນີ້, ໂດຍມີສະຫາຍ ພັນໂທ ຄຳແສນ ສຸວັນນະຜ່ອງໃສ ຮອງຫົວໜ້າກອງວາລະສານປ້ອງຊາດ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມີເລຂາໜ່ວຍຊາວໜຸ່ມ ພ້ອມດ້ວຍຄະນະ ຕະຫຼອດຮອດສະມາຊິກຊາວໜຸ່ມ ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ຊາຍຊະນິດ ຄັດຕະມອນ ເລຂາໜ່ວຍຊາວໜຸ່ມກອງວາລະສານປ້ອງກັນຊາດ ໄດ້ຜ່ານບົດສະຫຼຸບ ແລະ ທິດທາງໃນຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວໃນໄລຍະ 1 ປີຜ່ານມາ ເປັນຕົ້ນແມ່ນ ເຂົ້າຮ່ວມກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສຳເລັດກອງປະຊຸມກາງ
ສະໄໝຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI, ເຂົ້າຮ່ວມຮັບຟັງປາຖະກະຖາວັນສຳຕັນຕ່າງໆ ຂອງຊາດ, ຂອງກອງທັບ, ໄດ້ເຄື່ອນໄຫວເກັບກຳຂໍ້ມູນຢູ່ບັນດາກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ 13 ຄັ້ງ, ອອກແບບ ແລະ ກວດແກ້ຈັດໜ້າວາລະສານປ້ອງກັນຊາດ ປະຈຳເດືອນມັງກອນ-ທັນວາ ປີ
2023, ອອກແບບ, ຈັດໜ້າວາລະສານປ້ອງກັນຊາດ ປະຈຳເດືອນມັງກອນ ປີ 2024 (ສະບັບພິເສດ) ຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ແຈກຢາຍ ແລະ ຈຳໜ່າຍຮູບພາບຄະນະປະຈຳພັກກະຊວງ ສະໄໝທີ V ຈຳນວນ 33 ໃບ, ໂປສະເຕີ 30 ແຜນ, ຮູບພາບຄະນະບໍລິຫານງານກົມການເມືອງສູນກາງພັກ ສະໄໝທີ XI 127 ໃບ, ໂປສະເຕີ 119 ແຜນ, ແຈກຢາຍວາລະສານ, ໜັງສືພິມ, ຂ່າວຄົ້ນຄວ້າ ປີ 2023 ໃຫ້ບັນດາກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ, ເກັບກຳຮູບພາບລົງປຶ້ມວາລະສານປ້ອງ
ກັນຊາດ ໄດ້ 16 ຮູບພາບ ແລະ ກວດແກ້ບົດລົງວາສະສານປ້ອງກັນຊາດ
13 ບົດ, ເກັບກຳຮູບພາບການເຄື່ອນໄຫວຂອງຄະນະປະຈຳພັກກະຊວງ
ໄດ້ 837 ພ້ອມຄຳອະທິບາຍ, ສຳເນົາຮູບພາບມູນເຊື້ອ 477 ຮູບພາບ
ແລະ ເກັບກຳຂ່າວກອງປະຊຸມຕ່າງໆ ທີ່ກະຊວງ ແລະ ກົມໃຫຍ່ການເມືອງ
ກອງທັບຈັດຂຶ້ນ ເນື່ອງໃນໂອການວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ ແລະ ກອງທັບ 39 ຄັ້ງ, ສັງລວມຂ່າວເດັ່ນພາຍໃນປະເທດ, ຂອງກອງທັບ, ອັບເດດລົງ “ເວັບໄຊ’’ www.mps.gov.la ວາລະສານປ້ອງກັນຊາດ ໄດ້ 54 ບົດຂ່າວ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ