ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 14 ມັງກອນ 2025

  

​ສຕລ ຈັດເ​ຝິກ​ອົບຮົມ​ພັດທະນາ​ຜູ້​ເຝິກ​ສອນ ແລະ ກ້າວ​ໄປ​ເປັນ​ຜູ້​ເຝິກ​ສອນ ​ລະດັບ LFF/AFC ‘’C‘’ DIPLOMA ເປັນ​ຄັ້ງ​ທຳ​ອິດ
ເວລາອອກຂ່າວ: 2024-03-11 09:21:33 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 427 | ຄວາມນິຍົມ:



ສະຫະພັນ​ບານເຕະ​ແຫ່ງ​ຊາດ​ລາວ (​ສຕລ) ໄດ້​ຈັດ​ພິທີ​ເປີດເຝິກ​ອົບຮົມ​ພັດທະນາ​ຜູ້​ເຝິກ​ສອນ​ ແລະ ​ກ້າວ​ໄປ​ເປັນ​ຜູ້​ເຝິກ​ສອນ​ລະດັບ LFF / AFC " C" DIPLOMA ຂຶ້ນ​ໃນ​ທ້າຍ​ເດືອນ​ກຸມພາ​ຜ່ານ​ມາ​ທີ່​​ ສຕລ, ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ຈັນທະ​ວົງ ສິລິ​ມະໂນ​ທຳ ຮັກສາ​ການ​ເລຂາທິການສະຫະພັນ​ບານ ເຕະ​ແຫ່ງ​ຊາດ​ລາວ.   ນີ້​ແມ່ນ​ການເ​ຝິກ​ອົບຮົມ​ເປັນ​ ຄັ້ງ​ທຳ​ອິດ​ໃນ​ການ​ພັດທະນາ​ຜູ້​ເຝິກ​ສອນ ແລະ ກ້າວ​ໄປ​ເປັນ​ຜູ້​ ເຝຶກ​ສອນ​ລະດັບ LFF / AFC "C" DIPLOMA, ໂດຍ​ມີ​ຈຸດປະສົງ​ເພື່ອ​ສ້າງ​ບຸກ​ຄະລາ​ກອນ​ທາງ​ດ້ານ​ຄູ​ເຝິກ​ເພື່ອ​ຕໍ່​ຍອດ​ໄປ​ສູ່ ເປັນ​ຜູ້​ເຝິກ​ສອນ LFF / AFC "C" DIPLOMA ໃນ​ອະນາຄົດ. ການ​ເຝິກ​ອົບຮົມ​ດັ່ງກ່າວ​ແມ່ນ​ຈະ​ເຝິກ​ໃນ​ລະຫວ່າງ ວັນ​ທີ 29 ກຸມພາ ຫາ 5 ມີນາ 2024 , ມີ​ທັງ​ພາກ​ທິດ​ສະ​ດີ, ການ​ປະຕິບັດ​ຕົວ​ຈິງ ແລະ ການ​ສອບເສັງ​ວັດ​ລະດັບ ຖ້າ​ຫາກ​ຜູ້​ໃດ​ມີ​ຜົນງານ​ດີ ກໍ​ມີ​ໂອ​ໄດ້​ເປັນ​ຜູ້​ເຝິກ​ສອນໃນ​ອະນາຄົດ.   ເຂົ້າ​​ຮ່ວມ​ກອງ​ປະຊຸມ​ນີ້​ຍັງ​ມີ ທ່ານ ຊຸນ​ດຣຳ ມູນ​ຕີ (Sundram Moorthy) ຫົວໜ້າ​ພະ​ແນກ​ເຕັກ ນິກ-ວິທະຍາ ​ສຕລ ເປັນ​ວິທະ ຍາກອນ, ທ່ານ Mohammad Herman B Zailani ຫົວໜ້າ​ວຽກ​ງານ​ພັດທະນາ​ຄູ​ເຝິກ ​ສຕລ ເປັນ​ວິທະຍາກອນ, ທ່ານ ວົງ​ມີ​ໄຊ ສຸ​ບົວ​ຄຳ ຄະນະ​ພັດທະນາ​ຄູເຝິກ ພ້ອມ​ດ້ວຍ​ພະນັກງານ​ວິຊາ​ການ​ກ່ຽວຂ້ອງ ແລະ ນັກ​ສຳ​ມະ​ນາ​ກອນເຂົ້າ ​ຮ່ວມ 19 ຄົນ​ເປັນ​ຍິງ 1 ຄົນ ທີ່​ ມາ​ ຈາກ ​ສຕລ, ບັນດາ​ສະໂມສອນອ້ອມ​ຂ້າງ​ນະຄອນຫຼວງ​ວຽງ​ຈັນ ແລະ ແຂວງ​ສະຫວັນ​ນະ​ເຂດ. ສຳລັບຢູ່ ​ສປ​ປລາວ ມີ​ບຸກ​ຄະ ລາ​ກອນ​ທີ່​ເປັນ​ຄົນ​ລາວ ພຽງ​ຄົນ​ດຽວ​ຄື: ທ່ານ ວົງ​ມີ​ໄຊ ສຸ​ບົວ​ຄຳ ທີ່​ເປັນ​ຜູ້​ເຝິກ​ສອນ​ລະດັບ LFF/ AFC "C" DIPLOMA.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ