
ສຳເລັດການແຂ່ງຂັນກິລາ ຂົງເຂດສາທາລະນະສຸກ 4 ແຂວງພາກໃຕ້
ເວລາອອກຂ່າວ: 2024-03-12 09:35:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 563 | ຄວາມນິຍົມ:
ງານແຂ່ງຂັນກິລາຂົງເຂດສາທາລະນະສຸກ 4 ແຂວງພາກໃຕ້ (ເຊກອງ, ສາລະວັນ, ອັດຕະປື,ຈຳປາສັກ) ໃນຫົວຂໍ້ສຸຂະ ພາບ-ມິດຕະພາບ ຄັ້ງທີ IV ໂດຍແຂວງເຊກອງເປັນເຈົ້າພາບໄດ້ຈັດຂຶ້ນ ແລະ ສຳເລັດລົງໃນວັນທີ 1 ມີນາ 2024 ນີ້, ໂດຍມີທ່ານ ບົວໄລ ເກດຈັນ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ມີຄະນະນຳພະແນກສາທາລະນະສຸກ, ພ້ອມດ້ວຍຄະ ນະນັກກິລາ, ພະນັກງານ-ລັດຖະ ກອນສາທາລະນະສຸກ 4 ແຂວງ ເຂົ້າຮ່ວມ.
ທ່ານ ບົວໄລ ເກດຈັນ ໄດ້ກ່າວເປີດງານວ່າ: ງານແຂ່ງຂັນກິລາ (ຟຸດຊໍ) ໃນຄັ້ງນີ້ ແມ່ນເປັນການແຂ່ງຂັນເພື່ອສຸຂະພາບ-ມິດ ຕະພາບ ແລະ ເພື່ອເສີມສ້າງສຸ ຂະພາບ, ປູກຈິດສຳນຶກໃຫ້ທຸກຄົນຮັກການອອກກຳລັງກາຍ ທັງເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ດ້ານຍຸດທະວິທີ, ດ້ານເຕັກນິກ ເພື່ອພ້ອມພາກັນຍົກລະດັບດ້ານທັກສະ, ດ້ານການພົວພັນເຊິ່ງກັນ ແລະ ກັນ, ເປັນມິຕິໃໝ່ແຫ່ງການສ້າງສາຍສຳພັນອັນເລິກເຊິ່ງໃຫ້ແກ່ວຽກງານໃນຂົງເຂດວຽກງານສາທາລະນະສຸກ 4 ແຂວງພາກໃຕ້. ເຊິ່ງການສ້າງຂະບວນການແຂ່ງຂັນກິລາ ຄັ້ງນີ້ ມີ 3 ຮຸ່ນຄື: ອາວຸໂສຊາຍ, ຊາວໜຸ່ມຊາຍ ແລະ ຊາວໜຸ່ມຍິງ.
ຜົນການແຂ່ງຂັນ ອັນດັບທີ I ທີມອາວຸໂສຊາຍ ໄດ້ແກ່: ແຂວງເຊກອງ, ຊາວໜຸ່ມຊາຍ ໄດ້ແກ:່ ແຂວງຈຳປາສັກ, ຊາວໜຸ່ມຍິງ ໄດ້ແກ່: ແຂວງເຊກອງ, ໄດ້ຮັບຂັນ ທີມລະ 1 ໜ່ວຍ, ອັນດັບທີ II ທີມອາວຸໂສຊາຍ ໄດ້ແກ່: ແຂວງຈຳປາສັກ, ຊາວໜຸ່ມຊາຍໄດ້ແກ່: ແຂວງເຊກອງ, ຊາວໜຸ່ມຍິງ ໄດ້ ແກ່: ແຂວງສາລະວັນ, ໄດ້ຮັບຂັນ ທີມລະ 1 ໜ່ວຍ, ອັນດັບທີ III ທີມອາວຸໂສຊາຍ ໄດ້ແກ່: ແຂວງສາລະວັນ, ຊາວໜຸ່ມຊາຍ ໄດ້ແກ່: ແຂວງສາລະວັນ, ຊາວໜຸ່ມຍິງ ໄດ້ແກ່: ແຂວງຈຳປາສັກ, ອັນດັບທີ IV ທີມອາວຸໂສຊາຍ ໄດ້ແກ:່ ແຂວງອັດຕະປື, ຊາວໜຸ່ມຊາຍ ໄດ້ແກ:່ ແຂວງອັດຕະປື, ຊາວໜຸ່ມຍິງ ໄດ້ແກ່: ແຂວງອັດຕະປື. ສຳລັບອັນທີ III ແລະ IV ແມ່ນໄດ້ຮັບຂອງທີ່ລະ ນຶກ, ພ້ອມດຽວກັນນີ້ຕາງໜ້າພະແນກສາທາລະນະສຸກແຂວງເຊກອງ ຍັງໄດ້ມອບທຸງກິລາມິດ ຕະພາບໃຫ້ແກ່ແຂວງຈຳປາສັກ ເປັນເຈົ້າພາບໃນປີຕໍ່ໄປ.
ໂດຍ: ມີເດຍລາວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ