ຈັນທະວົງ ສິລິມະໂນທຳ ຖືກແຕ່ງຕັ້ງເປັນຮັກສາການ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ
ເວລາອອກຂ່າວ: 2024-03-12 09:36:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 476 | ຄວາມນິຍົມ:
ເມື່ອບໍ່ດົນມານີ້ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ປະກາດແຕ່ງຕັ້ງ ທ່ານ ຈັນທະວົງ ສິລິມະໂນທຳ (ບັອບ) ເປັນຮັກສາເລຂາທິການ ສະຫະພັນບານເຕະແຫ່ງຊາດ ແທນ ທ່ານ ນາງ ກັນຍາ ແກ້ວມະນີ
ທີ່ໄດ້ຮັບການເລືອກຕັ້ງໃຫ້ເປັນ ຮອງປະທານສະຫະພັນບານເຕະແຫ່ງຊາດ.
ທ່ານ ຈັນທະວົງ ສີລິມະໂນທຳ ຮູ້ສຶກເປັນກຽດ ແລະ ດີໃຈເປັນຢ່າງຍິ່ງທີ່ໄດ້ຮັບຄວາມເຊື່ອໝັ້ນ ຈາກຄະນະບໍລິຫານງານສະຫະ ພັນບານເຕະແຫ່ງຊາດລາວ ທີ່ເປີດໂອກາດໃຫ້ຕົນໄດ້ຮັບຕຳ ແໜ່ງດັ່ງກ່າວ ເຊິ່ງຕະຫຼອດໄລຍະເວລາ 8 ປີຜ່ານມາ ສຕລ ໄດ້ມອບໂອກາດໃຫ້ຕົນໄດ້ຮຽນຮູ້, ເສີມສ້າງທັກສະຄວາມສາມາດ ແລະ ລົງປະຕິບັດຕົວຈິງໃນຫຼາຍວຽກງານປິ່ນອ້ອມຂອງ ສຕລ. ທ່ານ ຈັນທະວົງ ພ້ອມທີ່ຈະນຳເອົາຄວາມຮູ້, ບົດຮຽນ ແລະ ຜ່ານການປະຕິບັດຕົວຈິງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອປະຕິບັດໜ້າທີ່ອັນສຳຄັນນີ້ຢ່າງສຸດຄວາມສາມາດ ແລະ ພ້ອມປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງຕາມການມອບໝາຍໃຫ້ປະສົບຜົນສຳເລັດຕາມແຜນການທີ່ວາງໄວ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ