ເວີສະແຕັບເປິ້ນ ໄດ້ແຊັມ 2 ສະໜາມຕິດຕໍ່ກັນ ລົດສູດໜຶ່ງ ຟໍຣມູລ້າວັນ ປີ 2024
ເວລາອອກຂ່າວ: 2024-03-14 09:47:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 463 | ຄວາມນິຍົມ:
ການແຂ່ງຂັນລົດສູດໜຶ່ງ ຟໍຣມູລ້າວັນ ປະຈຳປີ 2024 ສະ ໜາມທີສອງ ທ້າຍອາທິດຜ່ານມາ ອາຣາບີ ຊາອຸດິດ ກຣັງປຣີ ທີ່ສະໜາມ Jeddah Corniche Circuit ທີ່ເມືອງເຈັດດ້າ ປະເທດ ອາຣາບີ ຊາອຸດິດ ມີຄວາມຍາວຕໍ່ຮອບ 6.174 ແມັດ ແຂ່ງທັງໝົດ 50 ຮອບ.
ຜ່ານການແຂ່ງຂັນປະກົດວ່າ: ແມັກ ເວີສະແຕັບເປິ້ນ ແຊັມເກົ່າ ແລະ ເປັນແຊັມໂລກ 3 ປີຫຼ້າສຸດ ຈາກຄ້າຍ Red Bull Racing-Honda ຜົນງານດີຕໍ່ເນື່ອງ ອອກໂຕເປັນຄົນທຳອິດ ແລະ ປະຄອງລົດຄູ່ໃຈເຂົ້າເສັ້ນໄຊເປັນຄົນທຳອິດ ດ້ວຍເວລາ 1 ຊົ່ວໂມງ 20 ນາທີ 43.273 ວິນາທີ ເອົາຊະນະເພື່ອນເກົ່າເຈົ້າເດີມເໝືອນສະໜາມທຳອິດ ເຊີຈີໂອ້ ເປເຣັຊ ນັກຂັບຊາວ ແມັກຊິກ ເພື່ອນຮ່ວມທີມ 13.6431 ວິນາທີ.
ທີ 3 ເປັນຂອງ ຊາວ ເລັກເລີ ອີກໜຶ່ງນັກຂັບລົດຈາກຄ້າຍເຟີຣາຣີ ຕາມຫຼັງ 18 ກວ່າວິນາທີ, ຂະນະທີ່ ຄາຣລັອສ ເຊັນ ນັກຂັບຊາວ ແອັດສະປາຍ ຈາກຄ້າຍເຟີຣາຣີ ອັນດັບ 3 ສະໜາມທຳອິດ ຖອນຕົວກະທັນຫັນຍ້ອນເຈັບໄສ້ຕິ່ງ ແລະ ໃຫ້ ໂອລີເວີ ເບຍແມ້ນ ນັກຂັບລົດດາວເດັ່ນ ອາຍຸ 18 ປີ ຊາວອັງກິດ ມາຂັບແທນ ຜົນງານບໍ່ ທຳມະດາຈົບອັນດັບ 7 ກັບຄັ້ງທຳອິດໃນສັງວຽນ F1.
ສ່ວນ ລຸຍ ຮາມິນຕັນ ແຊັມໂລກ 7 ສະໄໝ ຈາກຄ້າຍ Mercedes ຈົບອັນດັບທີ 9 ຕາມຫຼັງ 47 ກວ່າວິນາທີ ແລະ ເຟີນັນໂດ ອາລອນໂຊ ແຊັມໂລກ 2 ສະໄໝ ຈາກຄ້າຍ Aston Martin Aramco-Mercedes ຈົບອັນດັບທີ 5 ຕາມຫຼັງ 35 ກວ່າວິນາທີ.
ຜ່ານໄປ 2 ສະໜາມທຳອິດ ເວີສະແຕັບເປິ້ນ ແຊັມເກົ່າ ຂຶ້ນນຳ ເກັບໄດ້ 51 ຄະແນນ, ຮອງລົງມາ ເຊີຈີໂອ້ ເປເຣັຊ ເພື່ອນຮ່ວມທີມ ມີ 36 ຄະແນນ, ອັນດັບ 3 ຊາວ ເລັກເລີ 28 ຄະແນນ.
ການແຂ່ງຂັນ F1 ປີນີ້ ມີສະ ໜາມແຂ່ງຂັນຫຼາຍສຸດໃນປະ ຫວັດສາດ ລວມ 24 ສະໜາມ, ສະໜາມຕໍ່ໄປ ສະໜາມທີ 3 ລາຍການ ອົດສະຕຼາລີ ກຣັງປຣີ ຈະແຂ່ງຂັນວັນທີ 24 ມີນາ ນີ້ ທີ່ສະໜາມ Albert Park Circuit ທີ່ນະຄອນເມວເບິ້ນ ປະເທດ ອົດສະຕຣາລີ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ