ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ສຕລ ເຝິກ​ອົບຮົມ​ຄູ​ເຝິກ​ກິລາ​ບານເຕະ ​ລະດັບ C ຢູ່​ຫຼວງ​ນ້ຳ​ທາ
ເວລາອອກຂ່າວ: 2024-03-15 09:15:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 485 | ຄວາມນິຍົມ:



​ ສະຫະພັນ​ບານເຕະ​ແຫ່ງ​ຊາດ​ລາວ (​ສຕລ) ໄດ້​ຈັດ​ພິທີ​ເປີດ​ການ​ເຝິກ​ອົບຮົມ​ຄູ​ເຝິກ​ກິລາ​ບານເຕະ​ລະດັບ​ຊີ(C) ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 11 ມີນາ 2024 ທີ່​ຫ້ອງ​ປະຊຸມສະໜາມກິລາ​ແຂວງ​ຫຼວງ​ນໍ້າທາ, ໂດຍ​ໃຫ້​ ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ວັນ​ດີ ພົມ​ທອງ ຮອງ​ປະທານສະຫະພັນ​ແຂວງ ຫລວງ​ນ້ຳ​ທາ. ໃນ​ພິທີ, ທ່ານ ວັນ​ດີ ພົມ​ທອງ ໄດ້​ກ່າວ​ເປີດ​ພິທີ​ໂດຍ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ໝາຍ​ສຳຄັນ​ຂອງ​ການ​ເຝິກ​ອົບຮົມ​ຄັ້ງ​ນີ້, ລວມ​ທັງ​ບົດບາດ​ຄວາມ​ສຳຄັນ​ຂອງ​ຄູ​ເຝິກ, ພ້ອມ​ຮຽກຮ້ອງ​ໃຫ້​ຜູ້​ເຂົ້າ​ຮວ່ມ​ການເຝິກ​ອົບຮົມ​ທຸກ​ທ່ານ​ຈົ່ງ​ຕັ້ງໃຈ​ຮຽນ​ຮູ້​ແລກປ່ຽນ​ບົດຮຽນ,ປະສົບ​ການເພື່ອ​ນຳ​ເອົາ​ບົດຮຽນ​ໃນ​ການ​ເຝິກ​ອົບຮົມ​ຄັ້ງ​ນີ້ ໄປ​ນຳ​ໃຊ້​ໃຫ້​ເກີດ​ປະໂຫຍດ​ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້​ເພື່ອ​ພັດທະນາ​ວົງ​ການ​ບານເຕະ​ລາວ​ເວົ້າ​ລວມ, ກໍ​ຄື​ບານເຕະ​ຂອງ​ແຂວງ​ຫຼວງ​ນ້ຳ​ທາ​ໃຫ້​ກ້າວ​ສູ່​ລະດັບ​ດີ​ຂຶ້ນ​ໄປ​ເລື້ອຍໆ.   ໄລຍະ​ການ​ເຝິກ​ອົບຮົມ ແມ່ນ​ແບ່ງ​ອອກ​ເປັນ 2 ພາກ ປະກອບ​ມີ: ພາກ​ທິດ​ສະ​ດີ ແລະ ການ​ປະຕິບັດ​ຕົວ​ຈິງ​ພາກ​ສະໜາມ, ໂດຍ​ຈະ​ມີ​ການ​ສອບເສັງ 6 ຄັ້ງ (ຕົວ​ຈິງ 3 ຄັ້ງ ແລະ ທິດ​ສະ​ດີ 2 ຄັ້ງ ແລະ ເສັງກຳມະການ 1 ຄັ້ງ), ຜູ້​ເຂົ້າ​ຮ່ວມ​ຈະ​ໄດ້​ຮຽນ​ຮູ້​ກ່ຽວ​ກັບການ​ພັດທະນາ​ຄູເຝິກ, ຄວາມ​ຕ້ອງການ​ຄູ​ເຝິກ​ຂອງ AFC, ພາລະ​ບົດບາດ ແລະ ໜ້າ​ທີ​່ຮັບຜິດຊອບ, ເຕັກນິກ ແລະ ຍຸດທະ ວິທີ​ຂອງ​ການ​ເຕະບານ, ຄວາມ​ສຳພັນ​ກັບ​ບານ, ການ​ສົ່ງ​ບານ, ການ​ຈັບ​ບານ, ການ​ຍິງ​ບານ, ຫຼັກການ​ຂອງ​ການເ​ຝິກ​ສອນ, ບານເຕະ​ຟຸດ​ຊໍ, ກະຕິ​ກາ​ຂອງ​ກິລາ​ບານເຕະ, ອາຫານ ແລະ ສຸຂະພາບ, ການ​ເຝິກແອບ, ການ​ເຝິກແອບ​ຜູ້​ຮັກສາ​ປະຕູ, ການ​ວາງ​ແຜນ, ບົດບາດ​ສຳຄັນ​ຂອງ​ຜູ້​ຮັກສາ​ປະຕູ, ການ​ຈະເລີນ​ເຕີບ​ ໃຫຍ່ ແລະ ການ​ປະຖົມພະຍາບານ, ແນະນຳ​ພາກ​ປະຕິບັດ​ກິດຈະກຳ​ບານເຕະ​ພື້ນຖານ, ການ​ຫຼີ້ນ​ບານ​ໃນ​ເກມ. ສຳລັບ​ການ​ເຝິກ​ອົບຮົມ​ແມ່ນ​ຈະ​ດຳເນີນ​ໄປ​ແຕ່​ວັນ​ທີ 11 ມີນາ ຈົນ​ຮອດ ວັນ​ທີ 22 ມີນາ 2024.   ເຂົ້າ​ຮ່ວມ​ພິທີ​ນີ້ ຍັງ​ມີ​ທ່ານ ຊຸນ​ດຣຳ ມູນ​ຕີ ຫົວໜ້າ​ພະ​ແນກ​ເຕັກນິກ-ວິທະຍາ ​ສຕລ, ທ່ານ ທະ​ນົງ​ສັກ ລາດ​ສີ​ທອງ ຫົວໜ້າ​ຂະແໜງ​ກິລາ-ກາ​ຍະ​ກຳ ແລະ ສີ​ລະ​ປະ ແຂວງ​ຫຼວງ​ນໍ້າທາ, ທ່ານ ວົງ​ມີ​ໄຊ ສຸ​ບົວ​ຄຳ ຜູ້​ເຝິກ​ສອນ​ຫຼັກ​ຈາກ ​ສຕລ ແລະ ທ່ານ ຈັນທະຄາດ ສ່ຽນ​ຜ່ອງ​ໃສ ຜູ້​ຊ່ວຍ​ເຝິກ​ສອນ, ພ້ອມ​ດ້ວຍ​ພະ ນັກງານ​ວິຊາ​ການ​ກ່ຽວຂ້ອງ ແລະ ນັກ​ສຳ​ມະກອນ​ຈຳນວນ 24 ທ່ານ ມາ​ຈາກ​ແຂວງ​ຫຼວງ​ນ້ຳ​ທາ 13 ທ່ານ, ແຂວງ​ອຸດົມ​ໄຊ 3 ທ່ານ, ແຂວງ​ບໍ່​ແກ້ວ 2 ທ່ານ ແລະ ປະເທດ​ໄທ 6 ທ່ານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ