ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ມີນາ 2025

  

ນະຄອນຫຼວງ​ວຽງ​ຈັນ​ເປີດ​ສະໂມສອນ ​ບານເຕະ​ເຍົາວະ​ຊົນ​ແຫ່ງ​ໃໝ່
ເວລາອອກຂ່າວ: 2024-03-18 10:03:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 484 | ຄວາມນິຍົມ:



ນະຄອນ​ຫຼວ​ວຽງ​ຈັນ (ນວ) ໄດ້​ຈັດ​ພິທີ​ເປີດ​ສະໂມສອນ​ບານເຕະ​ແຫ່ງ​ໃໝ່​ຂອງ ນວ ຄື​ສະໂມສອນ​ອາ​ເອັນ​ເອ​​ສ ອາ​ຄາ​ເດ​ມີ (RNS Football Cup) ຂຶ້ນ ​ວັນ​ທີ 13 ມີນາ 2024 ຢູ່​ຫ້ອງການ​ສະໂມສອນ​ດັ່ງກ່າວ ທີ່​ບ້ານ​ໜອງ​ດ້ວງ​ເໜືອ ເມືອງ​ສີ​ໂຄດ​ຕະບອງ ນະຄອນຫຼວງ​ວຽງ​ຈັນ ໂດຍ​ມີ ທ່ານ ສົມ​ພອນ ສອນ​ດາລາ ຫົວໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີລາ ນວ, ທ່ານ ຄອນ​ສະຫວັນ ສິດທິ​ໄທ ຮອງ​ປະທານ​ສະຫະພັນ​ບານເຕະ ນວ ເຂົ້າ​ຮ່ວມ. ທ່ານປະທານ​ສະໂມສອນ RNS Football Cup ກ່າວ​ວ່າ: ຈຸດປະສົງ​ເພື່ອ​ສົ່ງເສີມ​ເດັກນ້ອຍ​ລາວ​ຜູ້​ທີ່​ມີ​ພອນ​ສະຫວັນ ແລະ ຄູ​ເຝິກ​ຜູ້​ມີ​ຄວາມ​ຕັ້ງໃຈ​ໃຫ້​ໄດ້​ຮັບ​ໂອກາດ​ໃນ​ການ​ໄປ​ເຝິກອົບຮົມ ແລະ ຮຽນ​ຕໍ່​ໃນ​ຫຼັກສູດ​ກີລາ​ບານ​​​ເຕະໃຫ້​ເປັນ​ນັກ​ເຕະ ແລະ ຄູ​ເຝິກ​ມືອາຊີບ​ເພື່ອ​ສົ່ງເສີມ​ເຍົາວະ​ຊົນ​ເຂົ້າ​ແຂ່ງຂັນ​ໃນ​ລະດັບ​ຕ່າງໆ​ທັງ​ພາຍ​ໃນ​ແລະ​ຕ່າງປະເທດ. ທ່ານປະທານ​ສະໂມສອນ​ກ່າວ​ຕື່ມ​ວ່າ, ໃນ​ປີ 2024 ສະໂມສອນ​ໄດ້​ເປິດ​ຮັບ​ສະໝັກ​ນັກກີລາ​ທົ່ວ​ໄປ​ເລີ່ມ​ແຕ່​ອາຍຸ 8 ປີ-16 ປີ ແລະ ນັກກີລາ​ພອນ​ສະ​ຫັວນ​ທີ່​ມີ​ອາຍຸ​ບໍ່​ເກີນ 10 ຫາ 12 ປີ ຫຼື U10 ແລະ U12 ເພື່ອ​ກຽມ​ໄປ​ແຂ່ງ​ຂັນຢູ່ຕ່າງປະເທດ​ໃນ​ປີ 2024 ເຊັ່ນ: ຈັດ​ແຂ່ງຂັນ​ທົດ​ສອບຄັດເລືອກ​ນັກກີລາ​ກ່ອນ​ໄປ​ແຂ່ງຂັນ 1-2 ຄັ້ງ ເຂົ້າ​ຮ່ວມ​ຊີງ​ຂັນ​ພາຍ​ໃນ 2-3 ລາຍການ, ເຂົ້າ​ຮ່ວມ​ຊີງ​ຂັນ​ເກວ​ເມ້​ລາວ ຄັບ 2024 ໃນ​ເດືອນ​ເມສາ 2024 ຢູ່ ​ສປປ ລາວ ໄປ​ແຂ່ງຂັນ ແລະ ແລກປ່ຽນ​ບົດຮຽນ​ຢູ່​ປະເທດ​ຣັດ​ເຊຍ​ ໃນ​ເດືອນ ພຶດສະພາ-ມິຖຸນາ 2024, ໄປ​ແຂ່ງຂັນ​ລາຍການ JS CUP 2024 ຢູ່ ສ ເກົາຫຼີ ເດືອນ​ກໍລະກົດ 2024, ໄປ​ແຂ່ງຂັນ​ລາຍການ PEACE CUP 2024 ໃນ​ເດືອນ ສິງຫາ 2024 ຢູ່ ​ສປ ຈີນ, ໄປ​ຮ່ວມ​ແຂ່ງຂັນ​ລາຍການ TAR ASIA QUALIFIERS ໃນ​ເດືອນ​ທັນວາ 2024 ຢູ່​ທີ່​ບາງກອກ​ປະເທດ​ໄທ. ນອກ​ນັ້ນກໍ​ເພື່ອ​ຄັດ​ເລືອກ​ຕົວ​ແທນ​ຈາກ​ອາຊີ ໄປ​ແຂ່ງຂັນ​ຮອບ​ສຸດ​ທ້າຍ​ຢູ່ ເມືອງ​ບາ​ເຊ​ໂລ​ນາ ປະເທດ​ແອັດ​ສະ​ປາຍ ໄປ​ແຂ່ງຂັນ​ມິດຕະພາບ-ແລກປ່ຽນ​ບົດຮຽນ​ຢູ່​ສະຫະລັດ​ອາ​ເມ​ຣິ​ກາ ແລະ ປະເທດ​ອື່ນໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ