ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ມີນາ 2025

  

ມາລີ​ບິວ​ຕີ້ ໄດ້​ແຊັມ​ເປ​ຕັງ​ທີມ​ຊຸດ​ຊາຍ ຊີງ​ຂັນ​ຫົວໜ້າ​ຫ້ອງ​ວ່າການ​ແຂວງ​ອຸດົມ​ໄຊ ປະຈຳ​ປີ 2024
ເວລາອອກຂ່າວ: 2024-03-25 10:51:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 484 | ຄວາມນິຍົມ:



ການ​ແຂ່ງຂັນ​ເປ​ຕັງ ຊີງ​ຂັນ​ຫົວໜ້າ​ຫ້ອງ​ວ່າການ ​ແຂວງ​ອຸດົມ​ໄຊ ປະຈຳ​ປີ 2024 ຈັດ​ຂຶ້ນ ເພື່ອ​ສ້າງ​ຂະ​ບວນ​ການ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ແມ່ຍິງ​ສາ ກົນຄົບຮອບ 114 ປີ ແລະ ວັນ​ສ້າງຕັ້ງ​ພັກ​ປະຊາຊົນ ປະຕິວັດ​ລາວ ຄົບຮອບ 69 ປີ ເຊິ່ງ​ມີ​ທີມ​ຍິງ-ຊາຍ ເຂົ້າ​ຮ່ວມ​ຊີງ​ໄຊ 60 ພາກສ່ວນ ໃນ​ນັ້ນ, ສະເພາະ​ທີມ​ຍິງ​ມີ 20 ທີມ ມີ​ຄະນະ​ນຳ, ຄູ​ຝຶກ ແລະ ນັກ​ກິລາ​ເຂົ້າ​ຮ່ວມ 531 ຄົນ, ຍິງ 180 ຄົນ ຈັດ​ຂຶ້ນ ລະຫວ່າງ​ວັນ​ທີ 16-18 ມີນາ 2024 ຈຶ່ງ​ສຳເລັດ. ຜ່ານ​ການ​ແຂ່ງຂັນ ຕະຫຼອດ​ໄລຍະ 3 ວັນ ຜົນ​ປະກົດ​ວ່າ: ແຊັມ​ທີມ​ຊຸດ​ຊາຍ ເປັນ​ຂອງ​ທີມ ມາລີ​ບິວ​ຕີ້ (ທີມ 2) ໄດ້​ຮັບ​ຂັນ​ແຊັມ ພ້ອມ​ເງິນສົດ 3 ລ້ານ​ກີບ, ອັນ​ດັບ​ທີ 2 ໄດ້ແກ່​ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ໄຊ​ນິຍົມ​ບໍ່​ຮັບ​ເງິນ​ຝາກ​ແຂວງ​ອຸດົມ​ໄຊ ໄດ້​ຮັບ​ເງິນສົດ 2 ລ້ານ​ກີບ, ອັນ​ດັບ​ທີ 3 ທີມ ມາລີ​ບິວ​ຕີ້ ທີມ 1 ໄດ້​ຮັບ​ເງິນສົດ 1 ລ້ານ​ກີບ ແລະ ອັນ​ດັບ​ທີ 4 ທີມ​ປະສົມ​ອ້າຍ​ນ້ອງ ໄດ້​ຮັບ​ເງິນສົດ 5 ແສນ​ກີບ. ຂະນະ​ທີ່​ຜົນ​ການ​ແຂ່ງຂັນ​ທີມ​ຍິງ ແຊັມ​ເປັນ​ຂອງ ທີມລູກ​ແມ່​ຄ້າ ໄດ້​ຮັບ​ຂັນ​ແຊັມ ພ້ອມ​ເງິນສົດ 3 ລ້ານ​ກີບ, ອັນ​ດັບ​ທີ 2 ທີມ​ໄຟຟ້າ ສາຂາ​ແຂວງ (ທີມ1) ໄດ້​ຮັບ​ເງິນສົດ 2 ລ້ານ​ກີບ, ອັນ​ດັບ​ທີ 3 ທີມເພື່ອນ​ເບຍ ໄດ້​ຮັບ​ເງິນສົດ 1 ລ້ານ​ກີບ ແລະ ອັນ​ດັບ​ທີ 4 ທີມ​ໄຟຟ້າ ທີມ2 ໄດ້​ຮັບ​ເງິນສົດ 5 ແສນ​ກີບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ