
ນັກກິລາເທຄວັນໂດ້ ຈາກສະໂມສອນ PMS ໄດ້ອັນດັບທີ 1 ທີ່ແຂວງອຸດອນທານີ ປະເທດໄທ
ເວລາອອກຂ່າວ: 2024-03-26 09:48:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 408 | ຄວາມນິຍົມ:
ນັກກິລາເທຄວັນໂດ້ເຍົາວະຊົນລາວ ຈາກສະໂມສອນ PMS ໄດ້ 8 ຫຼຽນຄຳ 7 ຫຼຽນເງິນ 2 ຫຼຽນທອງ ໄດ້ອັນດັບທີ 1 ໄດ້ຂັນຊະນະເລີດ ເທຄວັນໂດ້ ລາຍການ UD TOWN TAEKWONDO CHAMPIONSHIP 2024 ທີ່ແຂວງອຸດອນທານີ ປະເທດໄທ ໃນວັນທີ 17 ມີນາ ຜ່ານມານີ້.
ລາຍການນີ້ ມີນັກກິລາເຂົ້າຮ່ວມ 503 ຄົນ ສະເພາະສະໂມສອນເທຄວັນໂດ້ PMS ຈາກລາວ ໄດ້ສົ່ງນັກກິລາເຂົ້າຮ່ວມທັງໝົດ 17 ຄົນ ເປັນເຍົາວະຊົນທັງໝົດຍິງ 4 ນ້ອງ, ຊາຍ 13 ນ້ອງ ໄດ້ຮັບຫຼຽນລາງວັນທຸກຄົນພາສະໂມສອນໄດ້ຮັບຂັນຊະນະເລີດລວມທີມປະເພດຕໍ່ສູ້, ພ້ອມກັນນີ້ຄູເຝິກ ດວງສີວິໄລ ພິມມະສອນອະດີດທີມຊາດລາວ ໄດ້ຮັບລາງວັນຄູເຝິກດີເດັ່ນ ແລະ ນັກກິລາພາຍໃນທີມຍັງໄດ້ລາງວັນນັກກິລາດີເດັ່ນ 4 ນ້ອງໄດ້ແກ່: ນາງ ນາລິນດາ ເຂັມມາລາ, ນາງ ສຸວັນນະພາ ດວງມີໄຊ, ທ້າວ ສຸກສະຫວັນ ວົງພັກດີ ແລະ ທ້າວ ສຸກມີໄຊ ອິນທະວົງ. ສຳລັບນັກກິລາລາວ ທີ່ສາມາດໄດ້ຫຼຽນມາໄດ້ໃນງານຄັ້ງນີ້ 8 ຫຼຽນຄຳໄດ້ຈາກ: ນາງ ນາລິນດາເຂັມມາລາ, ນາງ ສຸວັນນະພາ ດວງມີໄຊ, ທ້າວ ສຸກສະຫວັນ ວົງພັກດີ, ທ້າວ ສຸກມີໄຊ ອິນທະວົງ, ທ້າວ ພອນປະດິດ ພັນຍາວົງ, ທ້າວ ວາລັດຕະຍາ ເພັດສະຫວັນ, ທ້າວ ອາລິຍາກອນ ພາມາວັນ ແລະ ທ້າວ ບາລະມີ ສູນດາລາ.
ໃນປີ 2024 ນີ້ ການເຂົ້າ ຮ່ວມແຂ່ງຂັນເດືອນມັງກອນ ຜ່ານມາ ໄດ້ໄປແຂ່ງຂັນທີ່ ຊຽງໃໝ່ປະເທດໄທລາຍການ CHIANGMAI TAEKWONDO INTERNATIONAL CHAMPIONSHIP 2024 ສົ່ງນັກກິລາ 7 ຄົນ ເປັນຍິງ 1 ຊາຍ 6 ສາມາດຍາດໄດ້ 4 ຫຼຽນຄຳ 3 ຫຼຽນເງິນ. ສ່ວນລາຍການຕໍ່ໄປ ຈະເປັນການແຂ່ງຂັນພາຍໃນປະເທດລາວ ຊິງຂັນປະທານສະຫະພັນກິລາເທຄວັນໂດ້ແຫ່ງຊາດລາວ ປະຈຳປີ 2024 ຄາດວ່າຈະສົ່ງນັກກິລາຈຳນວນ 20 ຄົນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ