
ຈໍເກ້ ມາຣຕິນ ຍາດໄດ້ແຊັມ ໂມໂຕຈີພີ ສະໜາມທີ 2 ປີ 2024
ເວລາອອກຂ່າວ: 2024-03-27 09:33:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 395 | ຄວາມນິຍົມ:
ການແຂ່ງຂັນຂັບຂີ່ລົດຈັກ ທາງລຽບ ຊີງແຊັມໂລກ ໂມໂຕຈີພີ ສະໜາມທີ 2 ຂອງປີ ລາຍການ ໂປຕູກິສ ກຣັງປຣີ ທີ່ສະໜາມ Algarve International Circuit, ທີ່ເມືອງປໍຕີເມົາ ປະເທດ ປັອກ ຕຸຍການ ໃນທ້າຍອາທິດຜ່ານມາ ຄວາມຍາວຕໍ່ຮອບ 4.592 ແມັດ.
ປະກົດວ່າ: ຈໍເກ້ ມາຣຕິນ ນັກຂັບຂີ່ຊາວ ແອັດສະປາຍ ຈາກທີມ Prima Pramac Racing ນຳໃຊ້ດູຄາຕິ ເຊິ່ງເປັນຮອງແຊັມໂລກປີຜ່ານມາ ອອກໂຕເປັນຄົນທີສາມ ແຕ່ແຊງເປັນຜູ້ນຳຕັ້ງແຕ່ໂຄງທຳອິດ ປະຄອງລົດຄູ່ໃຈຍາດໄດ້ແຊັມມາຄອງເປັນສະໜາມທີ 5 ໃນອາຊີບ ເວລາ 41 ນາທີ 18.138 ວິນາທີ ເອົາຊະນະ ເອເນຍ ບັດສະເຕຍນີນີ້ ຊາວອີຕາລີ ຈາກທີມ Ducati Lenovo ນຳໃຊ້ລົດດູຄາຕິເຊັ່ນກັນ +0.882 ວິນາທີ, ທີສາມ ເປັນຂອງ ເປໂດຣ ອາຄັອສຕ້າ ຊາວແອັດສະປາຍ ຈາກທີມ Red Bull GasGas Tech3 ນຳໃຊ້ລົດ ເຄທີເອັມ ຕາມຫຼັງ +5.362 ວິນາທີ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ