
ມສ ໂພນສະຫວັນ ເປີດແຂ່ງຂັນກິລາ-ສິລະປະທົ່ວໂຮງຮຽນ ຄັ້ງທີ XII
ເວລາອອກຂ່າວ: 2024-03-28 09:25:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 603 | ຄວາມນິຍົມ:
ໂຮງຮຽນມັດທະຍົມສຶກສາສົມບູນໂພນສະຫວັນ (ມສ ໂພນສະຫວັນ) ເມືອງແປກ ແຂວງຊຽງຂວາງ ເປີດການແຂ່ງຂັນກິລາ-ສິລະປະທົ່ວໂຮງຮຽນ ຄັ້ງ
ທີ XII ໃນຕອນເຊົ້າວັນທີ 20 ມີນາ 2024 ທີ່ສະໂມສອນໂຮງ ຮຽນຂອງຕົນ, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳສິງ ເພັດສີຄຳ ຜູ້ອຳນວຍການໂຮງ
ຮຽນ ມສ ໂພນສະຫວັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງຜີວ
ສີປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ, ມີຄະນະອຳນວຍການໂຮງຮຽນ, ຄະນະຮັບຜິດຊອບການແຂ່ງຂັນ, ຄູ-ອາຈານສອນພາຍໃນໂຮງຮຽນຕະຫຼອດຮອດນ້ອງນັກຮຽນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ນາງ ສົມຈັນ ດວງພະຈັນ ຫົວໜ້າຄຸ້ມຄອງນັກຮຽນໂຮງຮຽນ ມສ ໂພນສະຫວັນ ໄດ້ລາຍງານໃຫ້ຮູ້ກ່ຽວກັບຈຸດປະສົງເປົ້າໝາຍຂອງການຈັດກິດຈະກຳຄັ້ງນີ້ ນອກຈາກເປັນການປະຕິບັດຕາມ 5 ຫຼັກມູນການສຶກສາ, ທີ່ທາງກະຊວງສຶກສາທິການ ແລະ ກິລາ ວາງອອກໃຫ້ປະກົດຜົນເປັນຈິງແລ້ວ, ຍັງເປັນການເປີດໂອກາດໃຫ້ນ້ອງໆນັກຮຽນໄດ້ສະແດງອອກທາງດ້ານຄວາມຮູ້, ຄວາມສາມາດ ແລະ ພອນສະຫວັນຂອງເຂົາເຈົ້າ, ສ້າງໃຫ້ເດັກຮູ້ໃຊ້ເວລາວ່າງໃຫ້
ເກີດປະໂຫຍດ, ຫັນມາຫຼິ້ນກິລາ-ສິລະປະ ເພື່ອຫ່າງໄກຈາກປະກົດການຫຍໍ້ທໍ້ຕ່າງໆ. ນອກຈາກນັ້ນ ຍັງເປັນການສ້າງໃຫ້ນັກຮຽນ ຮູ້ຮັກສາມັກຄີ, ມີໂອກາດແລກປ່ຽນຄຳຄິດຄຳເຫັນ ແລະ ບົດຮຽນນອກຫຼັກສູດ ແລະ ທັງເປັນການສ້າງໃຫ້ໂຮງຮຽນກັບຊຸມຊົນໄດ້ມີການພົວພັນກັນຫຼາຍຂຶ້ນ.
ທ່ານ ນາງ ສົມຈັນ ດວງພະຈັນ ຍັງລາຍງານໃຫ້ຮູ້ອີກວ່າ: ສຳລັບກິດຈະກຳແຂ່ງຂັນກິລາປະກອບມີ 6 ປະເພດຄື: ກິລາບານເຕະ, ບານສົ່ງ, ກະຕໍ້, ເຕັ້ນຍາວ, ເຕັ້ນສູງ ແລະ ກິລາ ເປຕັງຍິງ-ຊາຍ. ສ່ວນກິດຈະກຳແຂ່ງຂັນສິລະປະ-ວັນນະຄະດີ ປະກອບມີ 3 ປະເພດຄື: ປະເພດ ບົດຟ້ອນລວມໝູ່ຍິງ-ຊາຍ, ຮ້ອງເພງລາວ ແລະ ຂັບ-ລຳ ທ້ອງຖິ່ນ ໂດຍຈະໃຊ້ເວລາດຳເນີນການແຂ່ງຂັນທັງໝົດ 3 ວັນ ຮອດວັນທີ 22 ມີນາ ກໍສຳເລັດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ