ສຕລ ສຳເລັດການເຝິກອົບຮົມຄູເຝິກກິລາບານເຕະລະດັບ ຊີ ຢູ່ແຂວງຫຼວງນ້ຳທາ
ເວລາອອກຂ່າວ: 2024-03-29 09:10:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 375 | ຄວາມນິຍົມ:
ພິທີປິດຊຸດເຝິກອົບຮົມຄັ້ງນີ້ ໄດ້ມີຂຶ້ນໃນຕອນແລງວັນທີ 22 ມີນາ 2024 ທີ່ຫ້ອງປະຊຸມສະໜາມກິລາແຂວງຫຼວງນໍ້າທາ ໂດຍເປັນປະທານຂອງ ທ່ານ ພູນແກ້ວ ເຫຼົ່າອິນ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ປະທານສະຫະພັນບານເຕະແຂວງ, ມີ ທ່ານ ຊຸນດຣຳ ມູນຕີ ຫົວໜ້າພະແນກເຕັກນິກ-ວິທະຍາ ສະຫະພັນກິ ລາບານເຕະແຫ່ງຊາດລາວ ຫຼື ສຕລ, ທ່ານ ວົງມີໄຊ ສຸບົວຄຳ ຜູ້ເຝິກສອນຫຼັກຈາກ ສຕລ ແລະ ທ່ານ ຈັນທະຄາດ ສ່ຽນຜ່ອງໃສ ຜູ້ຊ່ວຍຜູ້ເຝິກສອນ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ສຳມະນາກອນ ຈຳນວນ 24 ທ່ານ ມາຈາກແຂວງ ຫຼວງນໍ້າທາ 13 ທ່ານ, ແຂວງ ອຸດົມໄຊ 3 ທ່ານ, ແຂວງບໍ່ແກ້ວ 2 ທ່ານ ແລະ ປະເທດໄທ 6 ທ່ານ.
ໃນພິທີ, ທ່ານ ວົງມີໄຊ ສຸບົວຄຳ ໄດ້ລາຍງານໃຫ້ຮູ້ວ່າ: ການເຝິກອົບຮົມດັ່ງກ່າວແມ່ນໄດ້ແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີ ແລະ ການປະຕິ ບັດຕົວຈິງພາກສະໜາມ, ການສອບເສັງ 6 ຄັ້ງ (ຕົວຈິງ 3 ຄັ້ງ ແລະ ທິດສະດີ 2 ຄັ້ງ ແລະ ເສັງກຳມະການ 1 ຄັ້ງ), ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບການພັດ ທະນາຄູເຝິກ, ຄວາມຕ້ອງການຄູເຝິກຂອງ AFC, ພາລະບົດ ບາດ ແລະ ໜ້າທີ່ຮັບຜິດຊອບ, ເຕັກນິກ ແລະ ຍຸດທະວິທີຂອງການເຕະບານ, ຄວາມສຳພັນກັບບານ, ການສົ່ງບານ, ການຈັບບານ, ການຍິງບານ, ຫຼັກການຂອງການເຝິກສອນ, ເຕະບານຟຸດຊໍ, ກະຕິກາຂອງກິລາບານເຕະ, ອາຫານ ແລະ ສຸຂະພາບ, ການເຝິກແອບ, ການເຝິກແອບຜູ້ຮັກ ສາປະຕູ, ການວາງແຜນ, ບົດ ບາດສຳຄັນຂອງຜູ້ຮັກສາປະຕູ, ການຈະເລີນເຕີບໃຫຍ່ ແລະ ການປະຖົມພະຍາບານ, ແນະນຳພາກປະຕິບັດກິດຈະກຳບານເຕະພື້ນ ຖານ, ການຫຼິ້ນບານໃນເກມ ເຊິ່ງຊຸດເຝິກອົບຮົມຄັ້ງນີ້ສາມາດປະເມີນຄວາມຮັບຮູ້ຂອງສຳມະນາກອນໄດ້ 85%.
ໂອກາດນີ້, ທ່ານ ພູນແກ້ວ ເຫຼົ່າອິນ ໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍມາຍັງຄະນະສະຫະພັນບານເຕະແຫ່ງຊາດລາວ, ຄະນະພະແນກຈັດເຝິກອົບຮົມຄູເຝິກ, ວິທະຍາກອນ ແລະ ສຳມະນາກອນ ທີ່ໄດ້ເອົາໃຈໃສ່ກະກຽມດ້ານຕ່າງໆ ເຮັດໃຫ້ການເຝິກອົບ ຮົມໃນຄັ້ງນີ້ໄດ້ສຳເລັດໄປຕາມຈຸດປະສົງລະດັບຄາດໝາຍ
ແລະ ວັນເວລາທີ່ໄດ້ກຳນົດໄວ້ ແລະ ທ່ານກໍໄດ້ເນັ້ນໜັກໃຫ້ສຳ ມະນາກອນຈົ່ງນຳເອົາບົດຮຽນ ເຫຼົ່ານີ້ໄປຈັດຕັ້ງປະຕິບັດໃນກົມ ກອງຂອງຕົນໃຫ້ປະກົດຜົນເປັນ ຈິງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ