ສະຫະລັດ ຊະນະ ແມັກຊິກ ຄອງແຊັມ CONCACAF Nations League 3 ສະໄໝຕິດຕໍ່ກັນ
ເວລາອອກຂ່າວ: 2024-04-01 09:26:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 361 | ຄວາມນິຍົມ:
ການແຂ່ງຂັນເຕະບານ CONCACAF Nations League ປະຈຳປີ 2024 ໃນນັດຊີງຊະນະເລີດ ຄູ່ນີ້ ຊີງທີ່ສະ ໜາມ AT&T ເມືອງອາຣລິງ ຕັນ, ລັດເທັກຊັສ ທາມກາງຜູ້ຊົມ 59.471 ຄົນ, ສະຫະລັດ ອາເມຣິກາ ເຈົ້າພາບໄດ້ສອງປະຕູຈາກ ເທເລີ ອາດຳ ກອງກາງຈາກ ບອນມັດ ນາທີ 45 ແລະ ໂຈວານນີ ເຣນາ ປີກຈາກນັອດຕິ້ງແຮມ ຟໍເຣັສ ທີ່ຢືມມາຈາກດັອດມຸນ ນາທີ 63 ຈົບເກມຊະນະ ສະຫະລັດ ອາເມຣິກາ ຊະນະ ແມັກຊິກ ປະຕູໄດ້ແຊັມໄປຄອງສຳເລັດ.
ສ່ວນລາງວັນອື່ນໆມີ, ໂຈວານນີ ເຣນາ ໄດ້ຮັບລາງວັນນັກເຕະດີເດັ່ນໃນການແຂ່ງຂັນຄັ້ງນີ້, ຂະນະທີ່ ແມັດ ເທີເນີ ຜູ້ຮັກສາປະ ຕູທີມຊາດສະຫະລັດ ອາເມຣິກາ ອະດີດຜູ້ຮັກສາປະຕູ ອາເຊນອນ ໄດ້ລາງວັນຜູ້ຮັກສາປະຕູດີເດັ່ນ. ສະຫະລັດ ອາເມຣິກາ ເພີ່ມສະຖິຕິໄດ້ແຊັມລາຍການນີ້ 3 ສະໄໝຕິດ ຕໍ່ກັນ ຈາກການຈັດມາ 3 ຄັ້ງ.
ສຳລັບສະຫະລັດອາເມຣິກາ ແລະ ແມັກຊິກ ຈະເປັນເຈົ້າພາບ ບານໂລກ 2026 ຮ່ວມກັບ ການາດາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ