ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ກຸມພາ 2025

  

ທີມ​ຊາດ​ລາວ ຕົກ​ໜຶ່ງ​ອັນ​ດັບ ຫຼັງ​ບໍ່​ມີ​ການເຄື່ອນໄຫວ ໄລຍະ​ຟີ​ຟ້າ​ເດ ເດືອນ​ມີນາ 2024
ເວລາອອກຂ່າວ: 2024-04-01 09:27:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 404 | ຄວາມນິຍົມ:



ອີງ​ຕາມ​ເວັບ​ໄຊ FootRanking ຈັດ​ອັນ​ດັບ​ໂລກ​ຊື່​ດັງ ໄດ້​ອັບ​ເດດ​ອັນ​ດັບ​ໂລກ ເຕະບານ​ຊາຍ​ທີມ​ຊາດ​ຊຸດ​ໃຫຍ່ ປະຈຳ​ເດືອນ​ມີນາ 2024 ຫຼັງ​ສິ້ນ​ສຸດ​ໄລຍະ ຟີ​ຟ້າ​ເດ ສະເພາະ​ພາກ​ພື້ນ​ອາ​ຊຽນ ທີມ​ຊາດ​ລາວ ພາຍຫຼັງ​ບໍ່​ມີ​ການເຄື່ອນໄຫວ ໄລຍະ ຟີ​ຟ້າ​ເດ ເດືອນ​ມີນາ 2024 ອັນດັບ​ໂລກ​ຕົກ​ໜຶ່ງ​ອັນ​ດັບ ຢູ່​ທີ 190 ຂອງ​ໂລກ ມີ 889.62 ຄະແນນ ແລະ ຢູ່​ທີ 40 ຂອງ​ອາຊີ, ທີ 9 ຂອງ​ອາ​ຊຽນ. ຕາມ​ປະຫວັດທີມ​ຊາດ​ລາວ ອັນ​ດັບ​ໂລກ​ເຄີຍ​ຕົກຕໍ່າ​ສຸດ ຢູ່​ທີ 210 ຂອງ​ໂລກ ເມື່ອ​ເດືອນ​ສິງຫາ ປີ 2012 ແລະ ເຄີຍ​ອັນ​ດັບ​ດີ​ສຸດ​ແມ່ນ​ທີ 134 ຂອງ​ໂລກ ເມື່ອ​ເດືອນ​ກັນຍາ ປີ 1998. ສ່ວນ​ອັນ​ດັບ 1 ຂອງ​ອາ​ຊຽນ​ຂະນະ​ນີ້ ຍັງ​ແມ່ນ ໄທ ຢູ່​ທີ 101 ຂອງ​ໂລກ, ທີ 2 ຫວຽດນາມ ແລະ ຢູ່​ທີ 115 ຂອງ​ໂລກ ຕົກ 10 ອັນ​ດັບ, ຮອງ​ລົງ​ມາ​ແມ່ນ ອິນໂດ​ເນ​ເຊຍ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ສິງກະໂປ, ມຽນ​ມາ, ກຳປູເຈຍ, ບຣູ​ໄນ ແລະ ຕີ​ມໍ​ເລ​​ັສ​ເຕ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ