ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 06 ກຸມພາ 2025

  

ມາ​​ສ​ດ້າ ຈິ​ບີ ຄອງ​ແຊັມ​ເຕະບານ​ລາຍການ VILAISENG TOURNAMENT UCUP 2024
ເວລາອອກຂ່າວ: 2024-04-02 09:56:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 420 | ຄວາມນິຍົມ:



ສະໂມສອນ ມາ​​ສ​ດ້າ ຈິ​ບີ (ທີມເອ) ຄອງ​ແຊັມ​ການ​ແຂ່ງຂັນ​ເຕະບານລາຍການ VILAISENG TOURNAMENT UCUP 2024 ຈັດ​ຂຶ້ນ ລະຫວ່າງ​ວັນ​ທີ 30-31 ມີນາ 2024 ທີ່​ສະໜາມກິລາ​ບານເຕະ​ຫຍ້າ​ທຽມ ສະບາຍ​ສະບາຍ​ນະຄອນຫຼວງ​ພະ​ບາງ ແຂວງ​ຫຼວງ​ພະ​ບາງ. ລາຍການ​ນີ້ ສຳລັບ ຢູ11 ມີ​ທີມ​ເຂົ້າ​ຮ່ວມ 9 ທີມ ແລະ ຢູ 13 ມີ 10 ທີມ​ເຂົ້າ​ຮ່ວມ, ໃນ​ນັ້ນມີ​ທີມ​ຈາກປະເທດ​ໄທ 1 ທີມ, ຈາກ​ນະຄອນຫຼວງ 3 ທີມ ແລະ ມາ​ຈາກ 4 ແຂວງ​ພາກ​ເໜືອ ປະກອບ​ມີ: ທີມ​ຈຳປີ-ຈຳປາ ແຂວງ​ຫຼວງ​ນ້ຳ​ທາ, ທີມ​ພີ​ເຄ ຈາກ​ແຂວງ​ໄຊ​ຍະ​ບູ​ລີ, ທີມ​ເດັກ​ພວນ ຈາກ​ແຂວງ​ຊຽງ​ຂວາງ ແລະ ອີກ​ຫຼາຍໆ​ສະໂມສອນ ລະດັບ​ຕົ້ນໆ​ຂອງ​ແຂວງ​ຫຼວງ​ພະ​ບາງ​ເຂົ້າ​ຮ່ວມ. ສະຫຼຸບ​ການ​ແຂ່ງຂັນ​ລາຍການ VILAISENG TOURNAMENT UCUP 2024 ທີ່​ມີ​ການ​ຊີງ​ໄຊ 2 ຮຸ່ນ ກໍ​ຄ:ື ຢູ-11 ປີ ແລະ ຢູ-13 ປີ. ຊະນະ​ເລີດ ຢູ-11 ແຊັມ ເປັນ​ຂອງສະໂມສອນ ມາ​​ສ​ດ້າ ຈິ​ບີ (ທີມ ເອ) ໄດ້​ຮັບ​ຫຼຽນ​ຄຳ ແລະ ຂັນ​ຊະນະ​ເລີດ 1 ໜ່ວຍ, ອັນ​ດັບ​ທີ 2 ເດັກ​ພວນຈາກ​ແຂວງ​ຊຽງ​ຂວາງ, ອັນ​ດັບ​ທີ 3 ເຈົ້າພາບ ພີ​ເຄ​ພີ ຫຼວງ​ພະ​ບາງ ແລະ ອັນ​ດັບ​ທີ 4 ພີ​ເຄ ຈາກ​ແຂວງ​ໄຊ​ຍະ​ບູ​ລີ. ສ່ວນ​ຊະນະ​ເລີດ ຢູ-13 ແຊັມ​ເປັນ​ຂອງ ພີ​ເຄ​ພີ ຫຼວງ​ພະ​ບາງ, ຮອງ​ແຊັມ ພີ​ເຄ ຈາກ​ແຂວງ​ໄຊ​ຍະ​ບູ​ລີ, ອັນ​ດັບ​ທີ 3 ມາ​​ສ​ດ້າ ຈີບີ ແລະ ອັນ​ດັບ​ທີ 4 ຈຳປີ-ຈຳປາ ແຂວງ​ຫຼວງ​ນ້ຳ​ທາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ