ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

ທີມ​ວັນ​ໃໝ່ ຄອງ​ແຊັມ​ບານສົ່ງ​ຍິງ ລາຍການ ເຟຣນ​ຊິບ ມໍ ສະປອດ ຊີ​ຊັນ 2024
ເວລາອອກຂ່າວ: 2024-04-02 09:58:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 397 | ຄວາມນິຍົມ:



ສູນ​ການ​ຄ້າ​ເຟຣນ​ຊິບ​ມໍ ຮ່ວມ​ກັບຮ້ານ​ຂາຍເຄື່ອງ​ກິລາ ດີ​ພີ ສະປອດ ຈັດການ​ແຂ່ງຂັນ​ກິລາ​ບານສົ່ງ​ປະເພດ​ທີມ​ຍິງ ລາຍການ ເຟຣນ​ຊິບ ມໍ ສະປອດ ຊີ​ຊັນ 2024 (Friendship Mall Sport Season 2024) ເພື່ອ​ສ້າງ​ຂະ​ ບວນ​ການ​ຂ່ຳນັບ​ຮັບ​ຕ້ອນ ແລະ ສະເຫຼີມສະຫຼອງ​ວັນ​ສຳຄັນ​ຕ່າງໆ​ຂອງ​ພັກ, ຂອງ​ຊາດໂດຍ​ສະເພາະ​ແມ່ນ​ວັນ​ສ້າງຕັ້ງ​ພັກປະຊາຊົນ ປະຕິວັດ​ລາວ ຄົບຮອບ 69 ປີ (22 ມີນາ 1955-22 ມີນາ 2024) ທີ່​ໄດ້​ໝູນວຽນ​ມາ​ບັນຈົບ​ຄົບຮອບ​ອີກ​ວາລະ​ໜຶ່ງ​ໃນ​ປີ​ນີ້ ໃຫ້​ມີ​ບັນຍາກາດ​ຟົດຟື້ນ, ເບີກບານ​ມ່ວນຊື່ນ ແລະ ມີ​ຄວາມ​ໝາຍ​ສຳ ຄັນ​ເລິກເຊິ່ງ. ການ​ຈັດ​ແຂ່ງຂັນ​ກິລາ​ບານສົ່ງປະເພດ​ທີມ​ຍິງ​ຄັ້ງ​ນີ້ ຈຸດປະສົງ​ຫຼັກໆ ​ກໍ​ເພື່ອ​ສ້າງ​ຂະ​ບວນ​ການ​ຂ່ຳນັບ​ຮັບ​ຕ້ອນ ແລະ ສະເຫຼີມສະຫຼອງ​ວັນ​ສຳຄັນ​ຕ່າງໆ​ຂອງ​ພັກ, ຂອງ​ຊາດ ໂດຍ​ສະເພາະ​ແມ່ນ​ວັນ​ສ້າງຕັ້ງ​ພັກ ປະຊາຊົນ ປະຕິວັດ​ລາວ ຄົບຮອບ 69 ປີ (22 ມີນາ 1955-22 ມີນາ 2024) ທີ່​ໄດ້​ໝູນວຽນ​ມາ​ບັນຈົບ​ຄົບຮອບ​ອີກ​ວາລະ​ໜຶ່ງ​ໃນ​ປີ​ນີ້ ໃຫ້​ມີ​ບັນຍາກາດ​ຟົດຟື້ນ, ເບີກບານ​ມ່ວນຊື່ນ ແລະ ມີ​ຄວາມ​ໝາຍ​ສຳຄັນ​ເລິກເຊິ່ງ. ຄຽງ​ຄູ່​ກັນ​ນີ້ກໍ​ເປັນ​ການສ້າງ​ໂອກາດ​ໃຫ້​ນັກ​ກິລາ​ບານສົ່ງ​ທີມ​ຍິງ​ພາຍ​ໃນ​ແຂວງ​ຈຳປາ​ສັກ​ຂອງ​ພວກ​ເຮົາ​ໄດ້​ມີ​ເວທີ​ພັດທະນາ​ຕົນ​ເອງ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ ເພື່ອ​ກຽມ​ຄັດ​ເລືອກ​ຕິດ​ທີມ​ປະສົມ​ແຂວງເຂົ້າ​ຮ່ວມ​ແຂ່ງຂັນ​ລະດັບ​ຊາດ ແລະ ຕິດ​ທີມ​ຊາດໃນ​ອະນາຄົດ. ນອກຈາກ​ນີ້​ກໍ​ເພື່ອ​ເປັນ​ການ​ສ້າງ​ນັກ​ກິລາ​ໜຸ່ມ​ນ້ອຍ​ໃຫ້​ມີ​ຄວາມ​ເຂັ້ມແຂງ ກຽມ​ເປັນ​ຕົວ​ແທນ​ແຂວງ​ຈຳປາ​ສັກ ເຂົ້າ​ຮ່ວມ​ແຂ່ງຂັນ​ກິລາ​ກະຕໍ້​ໃນ​ງານ​ມະ​ຫະ​ກຳ​ກິລາ​ນັກຮຽນ​ມັດທະຍົມ​ສຶກ​ສາ​ທົ່ວ​ປະເທດ ຄັ້ງ​ທີ 7 ທີ່​ແຂວງ​ສາລະ​ວັນເປັນ​ເຈົ້າພາບ ໃນ​ທ້າຍ​ປີ​ນີ້​ອີກ​ດ້ວຍ. ການ​ແຂ່ງຂັນ​ກິລາ​ບານສົ່ງ​ທີມ ​ຍິງ​ໃນ​ຄັ້ງ​ນີ້ ມີ​ທັງ​ໝົດ 4 ທີມ​ ເຂົ້າ​ຮ່ວມ​ຊີງ​ໄຊ ເຊິ່ງ​ຮູບ​ແບບ​ການ​ແຂ່ງຂັນ​ແມ່ນ​ແຂ່ງ​ແບບ​ພົບ​ກັນ​ໝົດ ຄັດ​ເລືອກ​ເອົາ​ທີມ​ອັນ​ດັບ​ທີ 1-2 ຜ່ານ​ເຂົ້າ​ໄປ​ຊີງ​ຊະນະ​ເລີດ ແລະ ອັນ​ດັບ​ທີ 3-4 ໄປ​ຊີງ​ອັນ​ດັບ​ທີ 3. ຜ່ານ​ການ​ແຂ່ງຂັນ​ຜົນ​ປະກົດ​ວ່າຊະນະ​ເລີດທີມ​ວັນ​ໃໝ່ໄດ້​ຮັບ​ຂັນ 1 ໜ່ວຍ ພ້ອມ​ເງິນ​ລາງວັນ 5 ລ້ານ​ກີບ, ອັນ​ດັບ​ທີ 2 ທີມ​ຄຣິດ​ຕຽນ ໄດ້​ຮັບ​ເງິນ​ລາງວັນ 2 ລ້ານ​ກີບ ແລະ ອັນ​ດັບ​ທີ 3 ທີມ​ກອງ​ພົນ​ທີ 5 ໄດ້​ຮັບ​ເງິນ​ລາງວັນ 1 ລ້ານ​ກີບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ