ແມນເຊັສເຕີ ຊິຕີ້ ສະເໝີກັບ ອາເຊນອນ ພຣີເມຍລີກ ອັງກິດ
ເວລາອອກຂ່າວ: 2024-04-03 12:09:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 358 | ຄວາມນິຍົມ:
ການແຂ່ງຂັນບານເຕະພຣີເມຍລີກຄືນວັນທີ 1 ເມສາ ຜ່ານມານີ້, ແມນເຊັສເຕີ ຊິຕີ້ ເປີດສະໜາມພົບ ອາເຊນອນ ຈາກຜົນການແຂ່ງຂັນເຫັນວ່າແມນເຊັສ
ເຕີ ຊິຕີ້ ຄອງບານໄດ້ດີກວ່າ ແຕ່ກໍເຈາະແນວຮັບຂອງອາເຊນອນບໍ່ໄດ້. ໃນຂະນະທີ່ອາເຊນອນ ກໍມີລູກສວນກັບ ແຕ່ກໍບໍ່ສາມາດຍິງປະຕູໄດ້.
ຈົບເກມສະເໜີກັນ 0-0 ປະຕູ, ອາເຊນອນ ສາມາດບຸກມາແບ່ງ ຄະແນນໄດ້ເຖິງຖິ່ນ ແມນເຊັສເຕີ ຊິຕີ້ ແລະ ສົ່ງຜົນໃຫ້ລີເວີພູຂຶ້ນເປັນທີມນຳຂອງຕາຕະລາງມີ 67 ຄະແນນ, ອາເຊນອນ ມີ 65 ຄະແນນ ແລະ ແມນເຊັສເຕີ ຊິຕີ້ 64 ຄະແນນ ເຮັດໃຫ້ ລີເວີພູ ເປັນທີມນຳຫຼັງຈົບນັດທີ 29. ແມນເຊັສເຕີ ຊິຕີ້ ຍັງບໍ່ເສຍໃຫ້ ອາເຊນອນ ໃນບ້ານຕົນເອງນັບຕັ້ງແຕ່ ເດືອນມັງກອນ ປີ 2015.
ການແຂ່ງຂັນບານເຕະພຣີເມຍລີກ ຍັງເຫຼືອ 9 ນັດສຸດທ້າຍ ໃນທັງ 3 ທີມ ມີໂອກາດລຸ້ນແຊັມໃນພຣີເມ່ຍລີກລະດູການນີ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ