ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ມັງກອນ 2025

  

ຈັດ​ທຣຳ ຍັງ​ຢູ່​ອັນ​ດັບ 2 ຂອງ​ໂລກ ຫຼັງ​ປ້ອງ​ກັນ​ແຊັມ​ ສະນຸກ​ເກີ World Open 2024
ເວລາອອກຂ່າວ: 2024-04-03 12:10:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 414 | ຄວາມນິຍົມ:



ການ​ຈັດ​ອັນ​ດັບ​ໂລກ​ພາຍຫຼັງ​ແຂ່ງຂັນ​ສະນຸກ​ເກີ World Open 2024 ຂະນະ​ນີ້ ຈັດ​ທຣຳ ມີ 1.051.000 ຄະແນນ, ສ່ວນ ຣອນ​ນີ ໂອ​ຊຸນ​ລີ​ແວນ ມີ 1.089.000 ຄະແນນ, ຂະນະ​ທີ່ ຕິ່ງ​ຈຸນ​ຮຸຍ ຮອງ​ແຊັມ World Open 2024 ອັນ​ດັບ​ໂລກ​ຫຍັບ​ຂຶ້ນ 2 ອັນ​ດັບ ມາ​ຢູ່​ທີ 7 ຂອງ​ໂລກ ມີ 456,500 ຄະແນນ. ສ່ວນ​ອັນ​ດັບ 3-6 ຂອງ​ໂລກ ກໍ​ຍັງ​ຄົງ​ທີ່, ທີ 3 ມາກ ອາວ​ເລນ ຈາກ ອຽກ​ລັງ​ເໜືອ, ທີ 4 ລູ​ກ້າ ເບຣ​ເຊວ ຈາກແບນ​ຊິກ, ທີ 5 ມາກ ເຊວ​ບີ້ ຈາກ​ອັງກິດ, ທີ 6 ຊອນເມີ​ຟີ້ ຈາກ​ອັງກິດ. ທີ 8 ຂອງ​ໂລກ​ແມ່ນ ມາກ ວິນ​ລ້ຽມ ຈາກ​ເວວ ຕົກ​ໜຶ່ງ​ອັນ​ດັບ, ທີ 9 ອາລີ ຄາ​​ຣ​ເຕີ ຈາກ​ອັງກິດ ຕົກ​ໜຶ່ງ​ອັນ​ດັບ ແລະ ທີ 10 ຂອງ​ໂລກ​ຍັງ​ຄົງ​ທີ່ ຈອນ ຮິກ​ກິ້ນ ຈາກ​ສະ​ກັອດ​ແລນ. ນັກ​ສະນຸກ​ເກີ​ ຈາກ​ອາ​ຊຽນ​ທີ່​ອັນ​ດັບ​ໂລກ​ດີ​ສຸດ​ແມ່ນ ນົບ​ພົນ ແສງ​ຄຳ ຈາກ​ໄທ ຢູ່​ທີ 23 ຂອງ​ໂລກ. ສຳລັບສະນຸກ​ເກີລະດັບ​ໂລກ​ລາຍການ​ຕໍ່​ໄປ​ແມ່ນ ຄູ່​ປະສົມຊີງ​ແຊັມ​ໂລກ World Mixed Doubles ໄດ້​ແຂ່ງຂັນ​ວັນ​ທີ 30-31 ມີນາ ຜ່ານມານີ້ ທີ່​ເມືອງ​ແມນ​ເຊ​​ັສ​ເຕີ ປະເທດ​ອັງກິດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ