ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

ຢານ​ນິກຊິນ ເປັນ​ນັກ​ເທັນ​ນິ​​ສ​ຄົນ​ທຳ​ອິດ​ຂອງ​ອີ​ຕາ​ລີ ອັນ​ດັບ​ໂລກ​ດີ​ສຸດ
ເວລາອອກຂ່າວ: 2024-04-04 09:48:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 398 | ຄວາມນິຍົມ:



ການ​ຈັດ​ອັນ​ດັບ​ໂລກ​ຫຼ້າ​ສຸດ​ໃນ​ອາທິດ​ນີ້ ພາຍຫຼັງ​ຈົບ​ລາຍການ​ໃຫຍ່ ມາ​​ສ​ເຕີ 1.000 ໄມ​ອາ​ມີ້ ໂອ​ເພັນ 2024 ທີ່​ສະຫະລັດ ອາ​ເມ​ຣິ​ກາ ໃນ​ອາທິດ​ຜ່ານ​ມາ ປະກົດ​ວ່າ: ຢານ​ນິກ ຊິນ​ເນີ ນັກ​ເທັນ​ນິ​​ສ​ຊາວ​ອີ​ຕາ​ລີ ທີ່​ຟອມ​ດີ​ມາ​ແຕ່​ຕົ້ນ​ປີ​ນີ້ ແລະ ສາມາດ​ພິ​ຊິດ​ ແຊັມ ໄມ​ອາ​ມີ້ ໂອ​ເພັນ ປີ​ນີ້ ໂດຍ​ຮອບ​ຊີງ​ຊະນະ​ເລີດ​ເອົາ​ຊະນະຈີ​ກໍ ດີ​ມີ​​ຕັອຟ ທີ່​ສ້າງ​ປະຫວັດສາດ​ເປັນ​ນັກ​ເທັນ​ນິ​​ສ​ບຸນ​ກາ​ຣີ​ ຄົນທຳ​ອິດ​ເຂົ້າ​ຊີງ​ລາຍການ​ນີ້ດ້ວຍຄະແນນ 2-0 ເຊັດ: 6-3, 6-1. ການ​ເປັນ​ແຊັມ​ຄັ້ງ​ນີ້ ຊິນ​ເນີ ໄດ້ຮັບ​ເງິນ​ລາງວັນ $1,100,000 ໂດ​ລາ​ສະຫະລັດ ແລະ ຄະແນນ​ສະ​ສົມ 1.000 ຄະແນນ ເຮັດ​ໃຫ້​ອັນ​ດັບ​ໂລກ​ຂອງ ຊິນ​ເນີ ຈາກ​ທີ 3 ແຊງ ຄາ​​ລັອສ ອາວ​ຄາ​ຣາ​​ຊ ຂຶ້ນ​ເປັນ​ທີ 2 ຂອງ​ໂລກ ມີ 8,710 ຄະແນນ ສ້າງ​ປະຫວັດສາດ​ອີກ​ໜ້າ​ໃໝ່​ກາຍເປັນ​ນັກ​ເທັນ​ນິ​​ສ​ອີ​ຕາ​ລີ​ຄົນ​ທຳ​ອິດ ທີ່​ມີ​ອັນ​ດັບ​ໂລກ​ດີ​ສຸດ, ທຳລາຍ​ສະຖິຕິ​ຂອງ ຟານ​ເຊ​​ັສ​ກາ ສະ​ເຄຍ​ໂວ​ເນ່ ແລະ ອາ​ເດຍ​ໂນ ປາ​ນັດຕາ ສອງ​ຕຳນານ​ນັກ​ເທັນ​ນິ​​ສ​ຍິງ-ຊາຍ​ລຸ້ນ​ເອື້ອຍ​ອ້າຍ ທີ່​ເຄີຍ​ຢູ່​ອັນ​ດັບ 4 ຂອງ​ໂລກ, ປີ​ນີ້ ຊິນ​ເນີ ໄດ້​ແຊັມ​ໄປ​ແລ້ວ 3 ລາຍການ​ຄື: ແກຣນ​ສະ​ແລມ ​ອັອສ​ສະ​ເຕຣ​ລ້ຽນ ໂອ​ເພັນ, ຣັອດ​ເຕີ​ດຳ ໂອ​ເພັນ ແລະ ໄມ​ອາ​ມີ້ ໂອ​ເພັນ. ສຳລັບ ຊິນ​ເນີ ສ້າງ​ປະຫວັດ ສາດ​ເປັນ​ນັກ​ເທັນ​ນິ​​ສ​ອີ​ຕາ​ລີ​ຄົນ​ທຳ​ອິດ​ໄດ້​ແຊັມ​ລາຍການ​ນີ້ ກ່ອນ​ໜ້າ​ນີ້ ຊິນ​ເນີ ເຂົ້າ​ຊີງ​ລາຍການ​ນີ້​ສອງ​ຄັ້ງ ໄດ້​ຮອງ​ແຊັມ​ທັງ​ສອງ​ຄັ້ງ ປີ 2021 ແລະ 2023.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ