
ແຂ່ງຂັນຊີງແຊັມເຮືອຈັກລະດັບໂລກ ຄັ້ງທຳອິດຈັດຂຶ້ນຢູ່ຫວຽດນາມ
ເວລາອອກຂ່າວ: 2024-04-04 09:49:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 456 | ຄວາມນິຍົມ:
ການແຂ່ງຂັນຊີງແຊັມເຮືອຈັກລະດັບໂລກ UIM F1H2O World Championship- ລາຍການແຂ່ງຂັນ Grand Prix of Binh Dinh 2024 ໄດ້ອັດລົງໃນວັນທີ 31 ມີນາ ຜ່ານມານີ້, ຢູ່ນະຄອນ ກຸຍເຍີນແຂວງ ບິ່ງດິ້ງ.
ຜົນການແຂ່ງຂັນພາຍຫຼັງແຂ່ງຂັນກັນມາເປັນເວລາ 3 ວັນ, ລາງວັນແຊັມໂລກເຮືອຈັກ UIM F1H20 World Championship ໄດ້ອັດລົງດ້ວຍການ ເປັນແຊັມຂອງນັກແຂ່ງຂັນຊາວ ຊູແອັດ Erik Stark ມາຈາກທີມ Victoria (UEA). ຮອງລົງມາແມ່ນນັກແຂ່ງຂັນ Jonas Andersson ຂອງທີມ ບິ່ງດິ້ງ-
ຫວຽດນາມ ແລະ ລາງວັນທີ 3 ໄດ້ ແກ່ນັກກິລາ Peter Morin ຂອງ CTIC ຂອງ ຈີນ. ການແຂ່ງຂັນເຮືອຈັກສາກົນໄດ້ສ້າງຄວາມ ປະທັບໃຈໃຫ້ນັກທ່ອງທ່ຽວ.
ນອກຈາກນີ້, ການຈັດແຂ່ງ ຂັນດັ່ງກ່າວຍັງໄດ້ຮັບການສະໜັບສະໜູນໂດຍສະຫະພັນກິລາເຮືອຈັກໂລກ ສົມທົບກັບຄະນະກຳມະການປະຊາຊົນແຂວງບິ່ງ
ດິ້ງ ຈັດຂຶ້ນໂດຍມີການປະກອບສ່ວນຂອງກຸ່ມບໍລິສັດຫວຽດທ້ວນ ແລະ ບໍລິສັດເຮືອທ່ອງທ່ຽວ Essence Grand Cruise.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ