ສະໂມສອນ Speed FC ຮຸ່ນອາຍຸບໍ່ເກີນ 9 ປີ ໄດ້ແຊັມເຕະບານ ເຍົາວະຊົນ ຊີງຂັນປະທານສະໂມສອນມະຫາວິທະໄລແຫ່ງຊາດ
ເວລາອອກຂ່າວ: 2024-04-04 09:50:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 443 | ຄວາມນິຍົມ:
ການແຂ່ງຂັນເຕະບານເຍົາວະຊົນຊີງຂັນປະທານສະໂມສອນ ມະຫາວິທະໄລແຫ່ງຊາດ ເຊິ່ງມີການຊີງໄຊ 3 ຮຸ່ນ ຄື: U-9 ປີ ມີ 8 ທີມ, U-11 ປີ ມີ 13 ທີມ ແລະ U-15 ປີ ມີ 13 ທີມ, ແຂ່ງລະຫວ່າງວັນທີ 30-31 ມີນາ ຜ່ານມານີ້, ເພື່ອເປັນການສົ່ງເສີມວົງການກິລາບານເຕະລາວໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ເວົ້າສະເພາະແມ່ນເປັນການສ້າງໂອກາດໃຫ້ນັກກິລາເຍົາວະຊົນແຕ່ລະສະໂມສອນ ໄດ້ມີເວທີສະແດງຄວາມສາມາດ ເພື່ອພັດທະນາຕົນເອງໃຫ້ກ້າວສູ່ລະດັບອາຊີບ ໃນອະນາຄົດ.
ຜ່ານການແຂ່ງຂັນ U-9 ປີ ຮອບຊີງຊະນະເລີດ Speed fc ເອົາຊະນະ ສັນຕິພາບ ເອັຟຊີີ 1-0 ປະຕູ, Speed fc ໄດ້ແຊັມ ຮັບຂັນແຊັມ ພ້ອມເງິນລາງວັນ, ຮອງແຊັມ ສັນຕິພາບ ຮັບຂັນ ພ້ອມເງິນລາງວັນ, ສ່ວນອັນດັບ
3 ຮ່ວມ ມະຫາວິທະຍາໄລແຫ່ງຊາດເຈົ້າພາບ ແລະ ພົມມະທັດ FC ຮັບຂັນ. U11 ແຊັມ ສະໂມສອນ KHAMSAY FC, ຮອງແຊັມ ສະໂມສອນ ພົມມະທັດ FC, ອັນດັບ 3 ຮ່ວມ: ສະໂມສອນ ສັນຕິພາບ ແລະ ສະໂມສອນ EURO ແລະ U13 ປີ ແຊັມ ສະໂມສອນ Talanta FC, ຮອງແຊັມ ສະໂມສອນ KHAMSAY FC, ອັນດັບ 3 ຮ່ວມ: ສະໂມສອນ ສັນຕິພາບ ແລະ ສະໂມສອນ EZRA.
ສຳຫຼັບ U-11 ປີ ຂອງທີມ Speed fc ບໍ່ສາມາດຜ່ານຮອບຄັດເລືອກ, ຂະນະທີ່ U-15 ປີຜ່ານຮອບຄັດເລືອກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ