ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ມີນາ 2025

  

ບໍລິສັດວຽງໄຊ ດວງປັນຍາ ເຂົ້າອວຍພອນຄະນະພັກ-ຄະນະບັນຊາກອງບັນຊາການ ທະຫານແຂວງວຽງຈັນ
ເວລາອອກຂ່າວ: 2024-04-08 15:38:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1188 | ຄວາມນິຍົມ:



ວັນທີ 6 ເມສາ 2024 ນີ້, ສະຫາຍ ວຽງໄຊ ອິນທະວົງສາ ປະທານບໍລິສັດວຽງໄຊ ດວງປັນຍາ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນຄະນະພັກ-ຄະນະບັນຊາກອງບັນຊາການ ທະຫານແຂວງວຽງຈັນ ເນື່ອງໃນໂອກາດບຸນປີ ໃໝ່ລາວ ພສ 2567, ໂດຍໃຫ້ການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ຫົວໜ້າການເມືອງກອງບັນຊາການທະຫານແຂວງວຽງຈັນ. ສະຫາຍ ວຽງໄຊ ອິນທະວົງສາ ໄດ້ມອບກະຕ່າຂອງຂວັນ ແລະ ກ່າວອວຍພອນໄຊອັນປະເສີດມາຍັງຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບ ທົ່ວກອງບັນຊາການທະຫານແຂວງ ວຽງຈັນ ໃນໂອກາດປີໃໝ່ລາວ ພສ 2567 ທີ່ໄດ້ໝູນວຽນມາຄົບຮອບອີກວາລະໜຶ່ງ, ຂໍອວຍພອນໃຫ້ບັນດາສະຫາຍຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ພ້ອມກັນຫ້າວຫັນເຮັດສຳເລັດໜ້າທີ່ການເມືອງອັນມີກຽດທີ່ຊາດ ແລະ ປະຊາຊົນມອບໝາຍໃຫ້. ຈາກນັ້ນສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ໄດ້ກ່າວສະແດງ ຄວາມຂອບໃຈ ຕໍ່ສະຫາຍ ປະທານບໍລິສັດວຽງໄຊ ເຊິ່ງຍາມໃດກໍ່ມີຄວາມເປັນຫ່ວງເປັນໃຍ ແລະ ໃຫ້ຄວາມສຳຄັນຕໍ່ກຳລັງພວກເຮົາຕະຫຼອດມາ ຈຶ່ງໄດ້ນຳເອົາກະຕ່າຂອງຂວັນ ແລະ ຄຳອວຍພອນໄຊອັນປະເສີດ ມາຍັງຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ກອງບັນຊາການທະຫານແຂວງວຽງຈັນ ໃນໂອກາດປີໃໝ່ລາວຄັ້ງນີ້, ອວຍພອນໃຫ້ ສະຫາຍຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນທຸກໜ້າທີ່ວຽກງານ, ສືບຕໍ່ຫັດແໜ້ນຄວາມສາມະຄີຮັກແພງ ລະຫວ່າງບໍລິສັດ ກັບກອງບັນຊາການໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ໂດຍ: ສາຍຄຳ ພອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ