
ຮອງລັດຖະມົນຕີກະຊວງປ້ອງກັນປະເທດເຄື່ອນໄຫວຊຸກຍູ້ບັນດາໂຄງການປະຫວັດສາດການທະຫານຢູ່ ແຂວງຊຽງຂວາງ
ເວລາອອກຂ່າວ: 2024-04-08 15:40:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1320 | ຄວາມນິຍົມ:
ວັນທີ 5 ເມສາ 2024 ນີ້ສະຫາຍສາດສະດາຈານ ປອ ພົນໂທ ວົງຄຳ ພົມມະກອນ ກຳມະການສູນກາງ ພັກຮອງລັດຖະມົນຕີກະຊວງປ້ອງກັນປະເທດພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ຂະບວນການ ກໍ່ສ້າງ ແລະ ປັບປຸງຄືນເສັ້ນທາງປູຢາງສອງຊັ້ນເຂົ້າຄ້າຍກອງພັນທີ2 ຜ່າວົງປິດລ້ອມ ແລະໂຄງການປັບປຸງຫໍມູນເຊື້ອ ປະຫວັດສາດຈຳລອງຄ້າຍກອງພັນທີI2 ຜ່າວົງປິດລ້ອມຂອງສັດຕູເພື່ອເປັນການປັບປຸງ ແລະ ສ້າງສິ່ງອຳນວຍຄວາມ ສະດວກໃຫ້ສະຖານທີ່ທ່ອງທ່ຽວທາງປະຫວັດສາດຂອງຊາດ,ຂອງກອງທັບໃຫ້ມີທ່າກ້າວຂະຫຍາຍຕົວດີຂຶ້ນສົ່ງເສີມ ການທ່ອງທ່ຽວຮຽນຮູ້ປະຫວັດສາດຂອງກອງທັບປະຊາຊົນລາວ.
ໂດຍໄດ້ຮັບການຕ້ອນຮັບ ແລະ ການຮ່ວມເຮັດວຽກຂອງທ່ານ ສີວິໄລ ແສງຈະເລີນ ກຳມະການພັກແຂວງ ຮອງເຈົ້າແຂວງຊຽງຂວາງ,ມີປະທານບໍລິສັດສຸພັດທອນ ທີ່ປຶກສາແລະບໍລິການຄົບວົງຈອນຈຳກັດ(SCS) ແລະ ປະ ທານບໍລິສັດດວງຖາວອນພັດທະນາກໍ່ສ້າງ(DTV).ໃນພິທີຄະ ນະໄດ້ລົງເຄື່ອນໄຫວຕິດຕາມເບິ່ງແຕ່ລະໜ້າວຽກເປັນຕົ້ນວຽກປັບປຸງຫໍມູນເຊື້ອຂອງກອງພັນທີII ຜ່າວົງປິດລ້ອມ ແມ່ນວຽກການກໍ່ສ້າງຖືວ່າສຳເລັດຍັງແຕ່ຂັ້ນຕອນວາງສະແດງວັດຖຸພັນຮູບພາບ ແລະ ຈຳລອງແຜນທີ່,ວຽກສິ່ງອຳ ນວຍຄວາມສະດວກຈຳນວນໜຶ່ງເທົ່ານັ້ນ,ສ່ວນວຽກຂອງບໍລິສັດດວງຖາວອນຮັບວຽກກໍ່ສ້າງເສັ້ນທາງປູຢາງສອງ ຊັ້ນແມ່ນໜ້າວຽກຂະຫຍາຍເສັ້ນທາງ,ປັບໜ້າທາງແມ່ນສຳເລັດເກືອບ50%ແລ້ວຍັງແຕ່ແກ້ໄຂສິ່ງກີດຂວາງຈຳນວນໜຶ່ງ ແລະປັບປຸງຮ່ອງລະບາຍນ້ຳກໍ່ສາມາດລົງຢາງໄດ້ແລ້ວ ເຊິ່ງໄລຍະທາງປູຢາງສອງຊັ້ນມີ6 km ກວ້າງ 14 m ສ່ວນປູຫີນບັນດາທາງແຍກທາງຊອຍອອກໄປແມ່ນ4ກິໂລແມັດປາຍ ເຫັນວ່າທັງສອງໂຄງການຂອງກະຊວງປ້ອງ ກັນປະເທດຊີ້ນຳແມ່ນມີຄວາມຄືບໜ້າດີ.
ຂ່າວ ແລະ ພາບ:ສອນໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ