ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 23 ພຶດສະພາ 2025

  

ຄະນະນຳ ທະຫານເຂດ5 ຢ້ຽມຢາມ ແລະ ອ່ວຍພອນ ກອງບັນຊາການທະຫານແຂວງອັດຕະປື
ເວລາອອກຂ່າວ: 2024-04-08 15:54:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1968 | ຄວາມນິຍົມ:



ໃນວັນທີ 6 ເມສາ 2024 ນີ້, ຜູ້ບັນຊາການທະຫານເຂດ5 ກະຊວງປ້ອງກັນປະເທດ ສສ ຫວຽດ ນາມ ນຳໂດຍ ສະຫາຍ ພົນຕີ ຖາຍ ດັາຍ ງອັ໋ກ ກໍາມະການສູນກາງພັກ ຜູ້ບັນຊາການທະຫານເຂດ5ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ອ່ວຍພອນຄະນະນຳກອງບັນຊາການທະຫານແຂວງອັດຕະປື ເນື່ອງໃນໂອກາດປີໃໝ່ລາວ ພສ 2567. ສະຫາຍ ຖາຍ ດັາຍງອັ໋ກ ໄດ້ສະແດງຄວາມຢື້ຢາມຖາມຂ່າວ ອ່ວຍໄຊໃຫ້ພອນອັນປະເສີດໃຫ້ແກ່ຄະນະພັກ - ຄະນະນຳນຳກອງບັນຊາການ,ພະນັກງານ-ນັກຮົບທົ່ວກອງບັນຊາການທະຫານແຂວງ ກໍ່ຄືປະຊາຊົນລາວບັນດາເຜົ່າຈົ່ງມີສຸຂະພາບແຂງແຮງ ນຳພາກົມກອງກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາໂຊກໄຊ ພິມມະລາ ກໍ່ໄດ້ກ່າວສະແດງຄວາມຂອບໃຈ,ຮູ້ບຸນຄຸນ ຕໍ່ສາຍພົວພັນມິດຕະພາບອັນພິເສດລະຫວ່າງສອງຊາດລາວ-ຫວຽດນາມ ທີມີມູນເຊື້ອມາແຕ່ດຶກດໍາບັນ ສືບຕໍ່ສາຍພົວພັນສາມັກຄີ ລະຫວ່າງ ສອງພັກ - ສອງລັດ ແລະ ປະຊາຊົນສອງຊາດກໍ່ຄືກອງບັນຊາການທະຫານແຂວງອັດຕະປື ກັບກອງບັນຊາການທະຫານເຂດ5 ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ. ໂດຍ: ຕິ໋ມພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ