ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 22 ເມສາ 2025

  

ຫົວໜ້າກອງບັນຊາການທະຫານ ເຂດ 5 ສ.ສ ຫວຽດນາມ ອວຍພອນອຳນວຍການໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ
ເວລາອອກຂ່າວ: 2024-04-09 14:45:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1104 | ຄວາມນິຍົມ:



ວັນທີ 7 ເມສາ 2024 ນີ້, ສະຫາຍ ພົນຕີ ຖາຍດ້າຍງັອກ ຫົວໜ້າກອງບັນຊາການທະຫານເຂດ 5 ສ.ສ ຫວຽດນາມ ພ້ອມຄະນະ, ໄດ້ເຂົ້າອວຍພອນອຳນວຍການໂຮງຮຽນກໍ່ສ້າງນາຍສິບເລກ2 ວຽງໄຊ ເນື່ອງໃນໂອກາດບຸນປີໃໝ່ລາວ ພ.ສ 2567. ໂດຍການຕ້ອນຮັບຢ່າງອົບອຸ່ນຂອງສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ຫົວໜ້າການທະຫານໂຮງຮຽນ ພ້ອມຄະນະ. ໂອກາດນີ້ ສະຫາຍ ພົນຕີ ຖາຍດ້າຍງັອກ ໄດ້ຕາງໜ້າຄະນະ ກ່າວສະແດງຄວາມຢື້ຢາມຖາມຂ່າວ ແລະ ອວຍພອນໄຊມາຍັງ ອຳນວຍການໂຮງຮຽນ ພ້ອມຄະນະ ຈົ່ງມີສຸຂະພາບເຂັ້ມແຂງ-ແຂງແຮງ ສືບຕໍ່ຊີ້ນຳ-ນຳພາກໍ່ສ້າງພະນັກງານຮຸ່ນສືບທອດໃຫ້ກອງທັບປະຊາຊົນລາວ ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປຢ່າງບໍ່ຢຸດຢັ້ງ ແລະ ສືບຕໍ່ຮັດແໜ້ນ ສາຍພົວພັນຄວາມສາມັກຄີ ລະຫວ່າງສອງຊາດ ສອງກອງທັບ ເວົ້າລວມເວົ້າສະເພາະ ກໍ່ຄືໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ກັບ ກອງບັນຊາການທະຫານເຂດ 5 ສ.ສ ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ. ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ໄດ້ຕາງໜ້າ ຄະນະພັກ -ຄະນະບັນຊາ ,ພະນັກງານ-ນັກຮົບໃນທົ່ວໂຮງຮຽນ ກ່າວສະແດງຄວາມຂອບໃຈມາຍັງ ສະຫາຍ ພົນຕີ ຖາຍດ້າຍງັອກ ພ້ອມຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ຝາກຄວາມຢື້ຢາມຢາມຂ່າວໄປຍັງພະນັກງານ-ນັກຮົບ ກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ, ພ້ອມອວຍພອນໄຊອັນປະເສີດມາຍັງສະຫາຍພ້ອມຄະນະ ຈົ່ງມີສຸຂະພາບເຂັ້ມແຂງ,ແຂງແຮງ ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ. ສືບຕໍ່ສາມັກຄີຮັກແພງແບບພິເສດ ໃຫ້ນັບມື້-ນັບແໜ້ນແຟ້ນ ຍິ່ງໆຂຶ້ນ. ໂດຍ:ສົມພົງ ແກ້ວປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ