
ຜູ້ອໍານວຍການບໍລິສັດ 705 ເຂົ້າອວຍພອນ ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງໄຊຍະບູລີ
ເວລາອອກຂ່າວ: 2024-04-11 09:19:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1292 | ຄວາມນິຍົມ:
ໃນວັນທີ 9 ເມສາ 2024 ນີ້, ສະຫາຍ ພັນເອກ ຫງວຽນ ວັນບາວ ຜູ້ອຳນວຍການບໍລິສັດ ຮ່ວມມືສາກົນ 705 ທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງໄຊຍະບູລີ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2667, ໂດຍການຕ້ອນຮັບ ຂອງສະຫາຍ ພັນເອກ ບຸນຍອງ ດວງດີ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ ພ້ອມຄະນະ.
ໂອກາດນີ້, ສະຫາຍ ພັນເອກ ຫງວຽນວັນບາວໄດ້ກ່າວຄຳອວຍພອນໄຊອັນປະເສີດ ໃຫ້ຄະນະພັກ-ຄະນະບັນຊາຕະຫຼອດຮອດພະນັກງານ-ນັກຮົບທີ່ພວມ
ປະຕິບັດໜ້າທີ່ໃນການປົກປັກຮັກສາປະເທດຊາດ ຈົ່ງມີສຸຂະພາບແຂງແຮງມີພາລະນາໄມສົມບູນໃນຊີວິດສ່ວນຕົວ ແລະ ຄອບຄົວ ພ້ອມກັນເຮັດສຳເລັດໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້ ແລະ ນຳພາ-ຊີ້ນຳກອງບັນຊາການທະຫານແຂວງໄຊຍະບູລີໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ. ພ້ອມດຽວກັນນີ້, ສະຫາຍ ພັນເອກ ບຸນຍອງ ດວງດີ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ສະແດງຄວາມຂອບໃຈມາຍັງ ສະຫາຍ ພັນເອກ ຫງວຽນວັນ ບາວ ພ້ອມຄະນະທີ່ໄດ້ມາອວຍພອນເນື່ອງໃນໂອກາດບຸນປີໃໝ່ລາວໃນຄັ້ງນີ້ ເຊິ່ງເປັນການຮັດແໜ້ນຄວາມສາມັກຄີ, ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງກອງບັນຊາການທະຫານແຂວງໄຊຍະບູລີ ກັບ ບໍລິສັດຮ່ວມມືສາກົນ 705 ທະຫານເຂດ 2 ກອງທັບປະຊາ
ຊົນຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນ ແລະ ອວຍພອນໃຫ້ສະຫາຍ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວຄອບຄົວ ມີຜົນສຳເລັດໃນໜ້າທີ່ການງານອັນມີກຽດ ແລະ ສືບຕໍ່ຮັກສາສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບພິເສດລະຫວ່າງ ສອງຊາດ. ສອງກອງທັບ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກນຕະຫຼອດໄປ.
ໂດຍ: ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ