ກອງພັນໃຫຍ່ 643 ຈັດຕັ້ງເຄົາລົບທຸງຊາດ
ເວລາອອກຂ່າວ: 2024-04-11 09:21:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1211 | ຄວາມນິຍົມ:
ວັນທີ 8 ເມສາ 2024 ນີ້, ກອງພັນໃຫຍ່ 643 ໄດ້ຈັດຕັ້ງພິທີເຄົາລົບທຸງຊາດ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ບົວລອຍ ດວງລາວົງ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງພັນໃຫຍ່ 643, ມີຄະນະພັກ-ຄະນະບັນຊາ, ກອງພັນໃຫຍ່, ກອງພັນ, ກອງຮ້ອຍເອກະລາດ ຕະຫຼອດຮອດພະນັກງານ-ນັກຮົບທົ່ວກົມກອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ບົວລອຍ ດວງລາວົງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ ແລະ ຂໍ້ຄົງຄ້າງ ພ້ອມທັງໄດ້ເນັ້ນໜັກໃຫ້ພະນັກງານແຕ່ລະສະຫາຍເອົາໃຈໃສ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ເຊື່ອມຊຶມກຳ
ແໜ້ນແນວທາງນະໂຍບາຍ, ມະຕິ, ຄຳສັ່ງຂອງຂັ້ນເທິງໃຫ້ທົ່ວເຖິງ, ເລິກເຊິ່ງ ແລະ ທັນກັບສະພາບການ, ສຶບຕໍ່ແຜນການອົບຮົມ-ຫັດແອບການທະຫານ, ການ
ເມືອງ, ພະລາທິການ-ເຕັກນິກໃຫ້ເປັນລະບົບ, ຮັບປະກັນໄດ້ຄຸນນະພາບ. ນອກນີ້, ຕ້ອງໄດ້ເອົາໃຈໃສ່ການກວດກາການເຂົ້າ-ອອກຄ້າຍ, ລະບຽບການນຸ່ງຖື, ຕາມຄຳສັ່ງ ແລະ ແຈ້ງການຂອງຫົວໜ້າກົມໃຫຍ່ເສນາທິການກອງທັບ. ທັງນີ້, ກໍເພື່ອປະຕິບັດຕາມລະບຽບການເຄົາລົບທຸງປະຈຳເດືອນປະຈຳ ແຕ່ລະໄຕມາດ ທີ່
ຂັ້ນເທິງກຳນົດໄວ້ ໃຫ້ມີຄວາມເຂັ້ມແຂງ, ປະຕິບັດດ້ານລະບຽບວິໄນຕາມ 7 ລະບອບ 18 ວຽກ ທີ່ກອງທັບວາງອອກໃຫ້ເຂັ້ມງວດ, ໃນພິທີຍັງໄດ້ຜ່ານຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການເພີ່ມທະວີຍົກສູງສະຕິລະວັງຕົວກຽມພ້ອມສູ້ຮົບໃນໄລຍະການຈັດຕັ້ງສະເຫຼີມສະຫຼອງບຸນປີໄໝ່ລາວ ພສ 2567 ໃຫ້ມີຄວາມສະຫງົບ ແລະ ປອດໄພ.
ຈາກນັ້ນ, ໄດ້ຮັບຊົມການເດີນສວນສະໜາມກ້ອນກຳລັງຂອງະນັກງານ-ນັກຮົບທົ່ວກອງພັນໃຫຍ່ຢ່າງເປັນຂະບວນຟົດຟື້ນ.
ໂດຍ: ຄຳໝັ້ນ ຄົງວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ