ທີມບານເຕະ ແຣນເຈີ ພົບ ທີມ ເຊວຕິກ ສະເໝີ 3-3
ເວລາອອກຂ່າວ: 2024-04-11 10:14:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 384 | ຄວາມນິຍົມ:
ດາບີ້ແມັດຂອງນະຄອນກາສ ໂກ ລີກສູງສຸດຂອງປະເທດສະກັອດແລນ ຫຼື ເອີ້ນວ່າ: Old Firm ຄັ້ງທີ 439 ໃນທ້າຍອາທິດຜ່ານມາ ທີ່ສະໜາມໄອບັອກ ເຊິ່ງຈັດຂຶ້ນທີ່ສະໜາມເຈົ້າບ້ານ ທີມແຣນເຈີ ແລະ ທີມຢ້ຽມຢາມແມ່ນ ທີມ ເຊວຕິກ ໂດຍທັອງສອງທີມເປັນທີມລະດັບແຖວໜ້າຂອງລີກສູງສຸດ ສະກັອດແລນ ນອກຈາກເອົາສັກສີຄ້ຳປະກັນແລ້ວ ຍັງເດີມພັນດ້ວຍແຊັມລີກສູງສຸດ.
ເກມນີ້ ທີມຢາມ ເຊວຕິກ ໄດ້ປະຕູຂຶ້ນນຳກ່ອນສອງປະຕູ, ຈາກນັ້ນ
ທີມເຈົ້າບ້ານຮືດສູ້ທວງຄືນສອງປະຕູ ແລະ ຖືກທີມຢາມພິກນຳອີກຄັ້ງທີສອງທ້າຍເກມແຕ່ເຈົ້າບ້ານກໍນຳຕີສະເໝີໄດ້ຈົບເກມສະເໝີກັນດ້ວຍຄະແນນ 3-3 ປະຕູ.
ສຳລັບສອງທີມນີ້ພໍ້ກັນ 439 ຄັ້ງລວມທຸກລາຍການ ແຣນເຈີ ຊະນະ 169, ເຊວຕິກ ຊະນະ 167ແລະ ສະເໝີກັນ 103 ຄັ້ງ.
ສຳລັບຕາຕະລາງຄະແນນລີກດັ່ງກ່າວຂະນະນີ້ ທີມເຊວຕິກ ເປັນຜູ້ນຳ ມີ 75 ຄະແນນ ຈາກ 32 ນັດ, ນຳ ແຣນເຈີ 1 ຄະແນນ ແຕ່ແຂ່ງຫຼາຍກວ່າໜຶ່ງນັດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ