ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ພຶດສະພາ 2025

  

ປະກາດ​ຮັບ​ສະໝັກ ຜູ້​ເຝິກ​ອົບຮົມປະສານ​ງານ​ການ​ແຂ່ງຂັນ 2024
ເວລາອອກຂ່າວ: 2024-04-11 10:16:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 532 | ຄວາມນິຍົມ:



ສະຫະພັນ​ບານເຕະ​ແຫ່ງ​ຊາດ​ລາວ ຂໍ​ແຈ້ງ​ມາ​ຍັງ​ບັນດາ​ທ່ານ​ທີ່​ມີ​ຄວາມ​ສົນໃຈ​ກ່ຽວ​ກັບ​ວຽກ​ງານ​ຈັດການ​ແຂ່ງຂັນ​ກິລາ​ບານເຕະສະໝັກ​ເຂົ້າ​ຮ່ວມ​ການ​ເຝິກ​ອົບຮົມ​ຜູ້​ປະສານ​ງານ​ການ​ແຂ່ງຂັນ LFF LOCAL GENERAL COORDINATOR COURSE 2024 ລະຫວ່າງ ວັນ​ທີ 24-26 ເມສາ 2024 ໂດຍ​ມີ​ຊ່ຽວຊານທີ່​ມີ​ຄວາມ​ຮູ້ ແລະ ປະສົບ​ການ ຈາກ​ສະຫະພັນ​ບານເຕະ​ອາຊີ (AFC) ເປັນ​ວິ ທະຍາກອນ. ລາຍ​ລະອຽດ​ການເ​ຝິກ​ອົບຮົມ​ໃນ​ຄັ້ງ​ນີ້ມີ​ຄື: ວັນ​ເວລາ ແລະ ສະ ຖານທີ່ວັນ​ທີ: 24-26 ເມສາ 2024 ເວລາ: 9:00-16:00 ໂມງ ສະຖານທີ່: ຫ້ອງ​ປະຊຸມຊັ້ນ 3, ສະຫະພັນ​ບານເຕະ​ແຫ່ງ​ຊາດ​ລາວ. ເງື່ອນໄຂ​ຜູ້​ເຂົ້າ​ຮ່ວມ, ຜູ້​ເຂົ້າ​ຮ່ວມ​ຕ້ອງ​ມີ​ອາຍຸ 22 ປີ​ຂຶ້ນ​ໄປ ທີ່​ມີ​ຄວາມ​ສົນໃຈ​ໃນ​ວຽກ​ງານ​ບານເຕະ​ທົ່ວ​ໄປ. ຜູ້​ທີ່​ເຄີຍ​ຜ່ານ​ການ​ເຝິກ​ອົບຮົມຜູ້​ຄວບ​ຄຸມ​ການ​ແຂ່ງຂັນ (Match Commissioner) ແລະ ຜູ້​ຊ່ວຍ​ຜູ້​ຄວບ​ຄຸມ​ການ​ແຂ່ງຂັນ (General Coordinator) ຂອງ ​ສຕລ ໃນ​ໄລຍະ​ຜ່ານ​ມາ. ສ່ວນ​ນະໂຍບາຍ​ຕໍ່​ຜູ້​ເຂົ້າ​ຮ່ວມ​ເຝິກ​ອົບຮົມ, ເຂົ້າ​ຮ່ວມ​ເຝິກ​ອົບຮົມ ໂດຍ​ບໍ່​ເສຍ​ຄ່າ, ອຸປະກອນ​ເຄື່ອງ​ຂຽນ, ອາຫານ​ວ່າງ ແລະ ນໍ້າ​ດື່ມ​ ທີ່​ໃຊ້​ໃນ​ການ​ເຝິກ​ອົບຮົມ ແລະ ອາຫານ​ທ່ຽງ​ສຳລັບ​ຜູ້​ເຂົ້າ​ຮ່ວມ​ເຝິກ​ອົບຮົມ. ສຳລັບຂັ້ນ​ຕອນ​ການ​ສະໝັກ​ເຝິກ​ອົບຮົມຄື​ຜູ້​ທີ່​ສົນໃຈສາມາດ​ສົ່ງ​ຟອມ​ສະໝັກ, ໃບ​ຊີວະ​ປະຫວັດ (CV) ແລະ ຮູບ​ພາບຕິດ​ບັດໃຫ້​ກັບ​ຄະນະ​ຮັບຜິດຊອບຜ່ານ ທາງ​ອີ​ເມວ [email protected] ນັບ​ຕັ້ງແຕ່​ມື້ ນີ້ຈົນ​ເຖິງ ວັນ​ທີ 22 ເມສາ 2024. ສອບ​ຖາມ​ຂໍ້​ມູນ​ເພີ່ມ​ເຕີມ ທ. ສູກ​ພະ​ໄຊ ສູລະ​ສິນ 020 55591916; W.A +856 20 56425845.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ