ຫົວໜ້າກຸ່ມຮາກຖານ ທະຫານເຂດ 5 ເຂົ້າອວຍພອນ ຄະນະພັກ - ຄະນະບັນຊາ ຢູ່ກອງບັນຊາການທະຫານແຂວງໄຊສົມບູນ
ເວລາອອກຂ່າວ: 2024-04-11 12:59:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2310 | ຄວາມນິຍົມ:
ໃນວັນທີ 10 ເມສາ 2024 ນີ້ ສະຫາຍ ຖາຍຢວນເຊີນ ຫົວໜ້າກຸ່ມຮາກຖານ ທະຫານເຂດ 5 ປະຈໍາຢູ່ແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ໋າຂອງຂັວນເຂົ້າອວຍພອນ ຄະນະພັກ - ຄະນະບັນຊາ ຢູ່ກອງບັນຊາການທະຫານແຂວງໄຊສົມບູນ, ໂດຍໃຫ້ກຽດຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ໝອນຄໍາ ດວງສະຫວັນ ກໍາມະການພັກແຂວງ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊສົມບູນ ພ້ອມດ້ວຍຄະນະ.
ສະຫາຍ ຖາຍຢວນເຊີນ ໄດ້ ຕ່າງໜ້າກຸ່ມຮາກຖານ ທະ ຫານເຂດ 5 ທີ່ປະຕິບັດໜ້າທີ່ ຢູ່ແຂວງໄຊສົມບູນ ຂໍຝາກຄໍາອວຍພອນໄຊອັນປະເສີດ ເຖິງບັນດາສະຫາຍໃນ ຄະນະພັກ - ຄະນະບັນຊາ ຕະຫຼອດຮອດພະນັກງານ - ນັກຮົບ ທົ່ວກອງບັນຊາການທະຫານແຂວງ ຈົ່ງມີສຸກຂະພາບແຂງແຮງ, ມີຄວາມຜາສຸກ ໃນຊີວິດສ່ວນຕົວ ແລະ ຄອບຄົວ ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາແຂວງໄຊສົມບູນ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢັ້ງ, ໂອກາດດັ່ງກ່າວ ສະຫາຍ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊສົມບູນ ກໍ່ໄດ້ຕີລາຄາສູງ ຕໍ່ການເຂົ້າອວຍພອນໃນຄັ້ງນີ້ ເຊິ່ງມັນໄດ້ສະແດງເຖິງຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມື ຮອບດ້ານ ລາວ - ຫວຽດນາມ ເວົ້າລວມເວົ້າສະເພາະ ແມ່ນກອງທັບປະຊາຊົນ ລາວ -ຫວຽດນາມ ໄດ້ຮ່ວມມືການພັດທະນາ ແລະ ສືບຕໍ່ສະໜັບສະໜູນຊ່ວຍເຫຼືອເຊິງກັນ ແລະ ກັນ ໂດຍຕະຫຼອມາ, ພ້ອມນີ້ ຍັງໄດ້ອວຍພອນສະຫາຍພ້ອມດ້ວຍຄະນະ ທີ່ກໍາລັງປະບັດໜ້າທີ່ ຢູ່ແຂວງໄຊສົມບູນໃນຄັ້ງນີ້ ຈົ່ງມີສຸຂະພາບເຂັ້ມແຂງ ພ້ອມທັງສືບຕໍ່ເຮັດສໍາເລັດໜ້າທີ່ການເມືອງຂອງຕົນ ທີ່ສອງພັກ ສອງລັດ ມອບໝາຍໃຫ້.
ຂ່າວ: ສົດ ນາມໄຕ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ